ອາເຈນຕິນາຈະສາມາດຜ່ານເຂົ້າຮອບ4ທີມໄດ້ບໍ່ໃນບານເຕະ ໂຄປາ ອາເມຣິກາ 2015

0
1399

ກ່ອນການແຂ່ງຂັນເຕະບານຊີງແຊ້ມແຫ່ງຊາດອາເມຣິກາ ຫຼື ໂຄປາ ອາເມຣິກາ 2015 ທີ່ປະເທດ ຊິລີ ເປັນເຈົ້າພາບ ທີມ ຊາດອາເຈນຕິນາ ຖືກຍົກໃຫ້ ເປັນທີມເຕັງແຊ້ມ ເນື່ອງຈາກ ມີນັກເຕະຊື່ດັງຫຼາຍຄົນ ບໍ່ວ່າ ຈະເປັນ ລິໂອເນລ ເມສຊີ ທີ່ພາ ສະໂມສອນ ບາເຊໂລນາ ແຫ່ງ ລາລີກາ ສະເປນ ຄວ້າຖິງ 3 ແຊ້ມໃນລະດູການ 2014- 2015 ລວມເຖິງ ເຊຄິໂອ ອະ ເກວໂຣ ດາວຊັລໂວ ພຣີເມຍ ລີກ ອັງກິດ ລະດູການຫຼ້າສຸດ, ກອງໜ້າຕົວເກັ່ງຈາກສະໂມ ສອນ ແມນເຊັສເຕີ ຊິຕີ ແລະ ນັກເຕະດັງຫຼາຍໆຄົນທີ່ຄ້າແຄ່ງໃນລີກຢູໂຣບ, ນອກນັ້ນ ເມສຊີ ຍັງອອກມາໃຫ້ສຳພາດວ່າຈະພາທີມຊາດອາເຈນຕິນາຄວ້າແຊ້ມໃຫ້ໄດ້ເພື່ອລຶບລ້າງຄວາມຜິດຫວັງຈາກການແຂ່ງຂັນເຕະບານໂລກ 2014.

ແຕ່ເມື່ອຮອດເວລາແຂ່ງຂັນແທ້ ທີມຊາດອາເຈນຕິນາ ກັບສ້າງຜົນງານບໍ່ຄ່ອຍດີປານໃດ ແລະ ບໍ່ໂດດເດັ່ນຄືກັບຫຼາຍໆຄົນຄິດເອົາໄວ້ ເຊິ່ງນັດ ເປີດສະໜາມ ສະເໝີ ປາຣາໄກວ ຮອງແຊ້ມເກົ່າ 2-2 ກ່ອນຈະບຽດເອົາຊະນະ ອຸຣຸໄກວ ແຊ້ມເກົ່າ 1-0 ແລະ ສົ່ງທ້າຍໃນຮອບແບ່ງກຸ່ມດ້ວຍການເອົາຊະນະ ຈາໄມກາ ພຽງ 1-0 ປະຕູ, ແຕ່ກໍ່ພຽງພໍໄດ້ຜ່ານເຂົ້າຮອບໃນຖານະແຊ້ມກຸ່ມ B ມີ 7 ຄະແນນ ຈາກ 3 ນັດ ຜ່ານເຂົ້າຮອບ 8 ທີມໄປພົບກັບທີມອັນດັບ 3 ກຸ່ມ A ຫຼື C ທີ່ມີຄະແນນດີທີ່ສຸດນັ້ນກໍ່ຄືທີມຊາດເອກວາດໍ ແລະ ທີມ ຊາດເວເນຊູເອລາ

ເຖິງຢ່າງໃດກໍ່ຕາມ, ຖ້າເຮົາລອງຢ້ອນຄືນຫຼັງໄປເບິ່ງບານໂລກ 2014 ທີ່ປະເທດ ບຣາຊິລ ເປັນເຈົ້າພາບ ຜົນງານຂອງອາເຈນຕິນາກໍ່ບໍ່ເຖິງຂັ້ນດີ ຫຼື ວູບວາບ ຊະນະ ທີມອື່ແບບຖະຫຼົ່ມຖະລາຍສູງສຸດຍິງໄດ້ 2 ປະຕູ ຖືວ່າດີແລ້ວ ແລະ ພວກເຂົາກໍ່ທະລຸເຖິງຮອບຊີງຊະນະເລີດກ່ອນຈະເສຍໃຫ້ເຢຍລະມັນ ຫວຸດ ຫວິດ 0-1 ປະຕູ.

‪ສຳລັບ ອາເຈນຕິນາ ເຄີຍໄດ້ແຊ໋ມມາແລ້ວ 14 ສະໄໝ (1921, 1925, 1927, 1929, 1937, 1941, 1945, 1946, 1947, 1955, 1957, 1959 , 1991 ຄັ້ງ ຫຼ້າສຸດ ແມ່ນປີ 1993 ຫຼື 23 ປີກ່ອນ).

11205530_1641357012744139_826701179653734697_n