ອາຫານ 9 ຢ່າງທີ່ຊ່ວຍຫຼຸດບັນຫາກິ່ນປາກ ແບບໄດ້ຜົນດີທີ່ສຸດ

0
1704

“ກິ່ນປາກ” ເປັນສິ່ງທີ່ຫຼາຍຄົນບໍ່ປາຖະໜາ ທັງຜູ້ທີ່ເປັນເອງ ແລະຜູ້ທີ່ຢູ່ອ້ອມຂ້າງ, ດັ່ງນັ້ນ ຜູ້ທີ່ມີກິ່ນປາກ ຈຶ່ງພະຍາຍາມຫາທາງອອກທຸກວິທີທາງ ເພື່ອທີ່ຈະແກ້ໄຂບັນຫານັ້ນ, ກິ່ນປາກນັ້ນ ສາເຫດມາຈາກອາຫານທີ່ເຮົາກິນ ແລ້ວໄປສະສົມໃນປາກ ແລະແຂ້ວ ເມື່ອບໍ່ໄດ້ຮັບການທຳຄວາມສະອາດທີ່ພຽງພໍ ກໍຈະເຮັດໃຫ້ບັນຫາກິ່ນປາກຕາມມາ. ນອກຈາກການຮັກສາຄວາມສະອາດຊ່ອງປາກ ແລະແຂ້ວ ດ້ວຍການຖູແຂ້ວໃຫ້ສະອາດ ບໍ່ມີອາຫານຕິດ ຈະຊ່ວຍຫຼຸດບັນຫາກິ່ນປາກໄດ້ໃນລະດັບໜຶ່ງແລ້ວ ການເລືອກກິນອາຫານບາງຢ່າງ ຍັງຊ່ວຍຫຼຸດກິ່ນປາກໄດ້

  1. ໝາກນາວ: ກົດຊີຕຣິກໃນໝາກນາວ ມີຄຸນສົມບັດສາມາດຂ້າເຊື້ອແບັກທີເລຍໃນຊ່ອງປາກໄດ້ ແລະເພີ່ມປະລິມານນໍ້າລາຍ ຊ່ວຍລ້າງແບັກທີເລຍ ດ້ວຍການກິນນໍ້າໝາກນາວ ແລະສາມາດເອົາເປືອກມາຫຍໍ້າ ຈະຊ່ວຍໃຫ້ແບັກທີເລຍທີ່ເຮັດໃຫ້ມີກິ່ນປາກຫຼຸດລົງໄດ້
  2. ໂຢເກິດ: ໂປຣໃບໂອຕິກ ທີ່ຢູ່ໃນໂຢເກິດ ຈະຊ່ວຍໃຫ້ລະບົບຂັບຖ່າຍເຮັດວຽກໄດ້ດີຂຶ້ນ, ເຮັດໃຫ້ບໍ່ມີສານພິດຕົກຄ້າງໃນຮ່າງກາຍ ແລະກຳຈັກກິ່ນປາກໄດ້
  3. ໝາກອຶ: ເປັນອາຫານທີ່ມີສັງກະສີ ຊ່ວຍເຮັດໃຫ້ຮ່າງກາຍມີຄວາມສາມາດໃນການຕໍ່ສູ້ຕ້ານແບັກທີເລຍ, ຍັງຊ່ວຍລະບົບໄຫຼວຽນຂອງເລືອດ ແລະປ້ອງກັນພະຍາດກະດູກຜ່ອຍໄດ້ອີກ
  4. ໝາກແຕງໂມ: ເປັນໝາກໄມ້ທີ່ຊ່ວຍລ້າງສິ່ງເສດເຫຼືອ ໄດ້ດີ ໂດຍສະເພາະສິ່ງເສດເຫຼືອຈາກໝາກໄຂ່ຫຼັງ ແລະກະເພາະນໍ້າປັດສະວະ, ທາງເດີນປັດສະວະ, ຊ່ວຍບຳລຸງຜິວ, ຫຼຸດຄວາມດັນເລືອດສູງ ແລະຫຼຸດບັນຫາກິ່ນປາກ
  5. ໝາກນັດ: ຊ່ວຍຕ້ານການອັກເສບ ແລະເພີ່ມພະລັງງານຍ່ອຍໂປຣຕີ, ອຸດົມດ້ວຍໂບຣເມລິນ, ມີວິຕາມິນບີ, ກົດໂຟລິກ, ໂພແທັດຊຽມ,ໂຊດຽມ ແລະແມກນີຊຽມ, ເປັນສານອາຫານທີ່ສະຄັນຂອງຮ່າງກາຍ
  6. ໝາກແອັບເປິ່ນ: ອຸດົມດ້ວຍໂພແທັດຊຽມ, ເຫຼັກ, ແມກນີຊຽມ ວີຕາມິນບີ1,​ບີ2 ແລະບີ6 ຊ່ວຍລ້າງສານພິດອອກຈາກຕັບ ແລະໝາກໄຂ່ຫຼັງ, ຍັງມີສານຕ້ານອະນຸມູນອິດສະລະ, ກົດຢູລິກ, ກົດແທນນິກ ແລະເສັ້ນໃຍເພັກຕິນ ທຳຄວາມສະອາດກະເພາະອາຫານ ແລະລຳໄສ້
  7. ໃບສີດາ: ມີສານຄໍໂລຟິນ ຈະຊ່ວຍດັບກິ່ນປາກໄດ້ດີ, ໂດຍການເອົາໃບສີດາ 2-3 ໃບມາຫຍໍ້າ ແລະຄາຍຖິ້ມ ຈະເຮັດໃຫ້ຫຼຸດກິ່ນປາກໄດ້ດີ
  8. ໝາກອາໂວກາໂດ: ເນື້ອຂອງອາໂວກາໂດ ຈະຊ່ວຍກຳຈັດອາຫານ ທີ່ເສດເຫຼືອຕົກຄ້າງຢູ່ໃນລຳໄສ້ໃຫຍ່ ເຊິ່ງເປັນສາເຫດສຳຄັນຂອງກິ່ນປາກ ແລະຍັງເປັນອາຫານທີ່ອຸດົມດ້ວຍວິຕາມິນຫຼາຍຊະນິດ ເປັນສານຕ້ານອະນຸມູນອິດສະລະ ທີ່ຊ່ວຍຢັບຢັ້ງການແກ່ກ່ອນໄວ
  9. ໝາກກ້ຽງ: ນອກຈາກອຸດົມດ້ວຍວິຕາມິນຊີແລ້ວ ຍັງຊ່ວຍຫຼຸດການອັກເສບ, ປ້ອງກັນເຊື້ອແບັກທີເລຍ, ຊ່ວຍຮັກສາຄວາມສົມດູນແບັກທີເລຍໃນລຳໄສ້ ແລະຫຼຸດອາການທ້ອງຜູ້ ເຊິ່ງເປັນສາເຫດຂອງກິ່ນປາກ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ