spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານບຳລຸງ ກະດູກ

ອາຫານບຳລຸງ ກະດູກ

Published on

วิธีทำให้กระดูกแข็งแรง

ເນື່ອງ​ຈາກ ກະດູກ ຈະ​ປ່ອຍ​ແຄ​ຊຽມ​ໃຫ້​ແກ່​ເລືອດ​ໃນ​ປະລິມານ​ນ້ອຍ​ໆ ທຸກ​ມື້ ໂດຍ​ເລືອດ​ຈະ​ນຳ​ແຄ​ຊຽມ​ຈາກ ກະດູກ ໄປ​ໃຊ້​ເຮັດ​ຫນ້າທີ່​ຕ່າງໆ ຫລວງຫລາຍ ຂະນະ​ດຽວ​ກັນ​ຮ່າງກາຍ​ກໍ​ຈະ​ນຳ​ເອົາ​ແຄ​ຊຽມ​ຈາກ​ເລືອດ​ໝູນກັບ​ເຂົ້າໄປ​ເກັບ​ໄວ້​ໃນ​ກະດູກ​ທຸກ​ມື້​ເຊັ່ນກັນ ເຊິ່ງ​ແຄ​ຊຽມ​ທີ່​ໄດ້​ກໍ​ມາ​ຈາກ​ການ​ດູດ​ຊຶມ​ຈາກ​ທາງເດີນ​ອາຫານ​ມື້​ລະ​ສອງ​ສາມ​ເທື່ອ ຕາມ​ມື້​ອາຫານ​ທີ່​ເຮົາ​ຮັບປະທານ​ເຂົ້າໄປ​ນັ້ນ​ເອງ

ໃນ​ແຕ່​ລະ​ມື້​ຮ່າງກາຍ​ຕ້ອງ​ການ​ແຄ​ຊຽມ​ປະ​ມານ 800-1, 200ມິນ​ລິ​ກຣາມ ອາຫານ​ທີ່​ອຸດົມ​ໄປດ້ວຍ​ແຄ​ຊຽມ​ສູງ​ຫລາຍ ກໍ່ຄື ນົມ​ສົດ ປາ​ຕ​ນ້ອຍ​ໆ ປູ​ ເຄື່ອງ​ດື່ມ​ລົດ​ຊອັກ​ໂກ​ ແລັດ ລວມ​ເຖິງ​ອາຫານ​ພື້ນ​ບ້ານ​ຊາວ​ກໍ່ຄື ກົບ ຂຽດ ເປັນ​ຕົ້ນ ຈັດ​ໄດ້​ວ່າ​ເປັນ​ອາຫານ​ທີ່​ມີ​ແຄ​ຊຽມ​ສູງ​ຫລາຍ ນອກ​ຈາກ​ນີ້​ຍັງມີ ໂຍ​ເກິດ ກຸ້ງ ເຕົ້າ​ຫູ້ ແລະ ​ຜັກ​ບາງ​ຊະນິດ​   ຈຳ​ພວກ​ຜັກ​ໃບ​ຂຽວ ກໍ​ມີ​ແຄ​ຊຽມ​ເຊັ່ນ​ກັນ

ຮັບ​ແຄ​ຊຽມ​ໜ້ອຍ​ເກີນ​ໄປ​ຈະ​ເກີດ​ຫຍັງ​ຂຶ້

ຖ້າ​ເປັນ​ໃນ​ເດັກນ້ອຍ​ຈະ​ມີ​ການສ້າງ​ກະດູກ​ ເຮັດໃຫ້​ການ​ຈະເລີນ​ເຕີບໂຕ​ບໍ່ດີ ແລະ​ຄວາມ​ຫນາແຫນ້ນ​ຂອງ​ກະດູກ​ບໍ່​ເຖິງ​ຈຸດ​ສູງ​ສຸດ ​ສຳລັບ​ຜູ້ໃຫຍ່​ເຮັດໃຫ້​ຄວາມ​ຫນາແຫນ້ນ​ຂອງ​ກະດູກ​ນ້ອຍ​ລົງ ກະດູກ​ບໍ່​ແຂງ​ແຮງ ເປັນ​ເອັນຈັງ​ງ່າຍ ສ່ຽງ​ຕໍ່​ການ​ເກີດ​ພະຍາດ​ກະດູກ​ຜ່ອຍ

ຮັບ​ແຄ​ຊຽມ​ຫລາຍ​ເກີນໄປ​ຈະ​ເກີດ​ຫຍັງ​ຂຶ້

ແຄ​ຊຽມ ​ຈາກ​ການ​ຮັບປະທານ​ອາຫານ ຈະ​ບໍ່​ຫລາຍ​ເກີນ​ຈົນ​ເກີດ​ພິດ​ຕໍ່​ຮ່າງກາຍ ແຕ່​ອາດ​ສົ່ງ​ຜົນ​ໃຫ້​ໄດ້ຮັບ​ສານ​ອາຫານ​ຢ່າງ​ອື່ນ​ຫລາຍ​ເກີນ​ຄວາມ​ຕ້ອງ​ການ ​ຂອງ​ຮ່າງກາຍ​ໄດ້ ເຊັ່ນ ໂຊ​ດຽມ ໄຂ​ມັນ ເປັນ​ຕົ້ນ ແຕ່​ຖ້າຫາກ​ຮັບ​ແຄ​ຊຽມ​ຈາກ​ອາຫານ​ເສີມ ຈະ​ຕ້ອງ​ລະ​ວັງ​ເລື່ອງ​ສົມ​ດຸນ​ຂອງ​ແຄ​ຊຽມ ເພາະ​ຖ້າ​ເສີມ​ແຄ​ຊຽມ​ເປັນ​ປະຈຳ​ຫລາຍ​ເກີນ​ໄປ ໂດຍ​ທີ່​ຮ່າງກາຍ​ມີ​ພາ​ວະ​ ແມກ​ນີ​ຊຽມ ​ຕ່ຳ ເຊິ່ງ​ແມກ​ນີ​ຊຽມ​ ຈະ​ເປັນ​ຕົວ​ຄວບ​ຄຸມ​ການ​ເຄື່ອນ​ໄຫວ​ຂອງ​ແຄ​ຊຽມ ອາດ​ເກີດ​ບັນຫາ​ແຄ​ຊຽມ​ໄປ​ສະ​ສົມ​ຢູ່​ຕາມ​ກ້າມ​ຊີ້ນ ຈົນ​ເປັນ​ເຫດ​ໃຫ້​ການຫົດ​ຕົວ​ຂອງ​ກ້າມ​ຊິ້ນບໍ່​ປົກກະຕິ ເກີດ​ອາການ​ສັ່ນ ເປັນ​ເອັນຈັງ  ຈະ​ເຮັດໃຫ້​ເກີດ​ພະຍາດ​ຫົວ​ໃຈ​ຕີບ ຫລອດ​ເລືອດ​ຫົວ​ໃຈ​ແຂງ​ຕເປັນ​ຕົ້ນ ຖ້າ​ຫາກ​ເສີມ​ແຄ​ຊຽມ​ສູງ ກໍ​ຄວນ​ເສີມ​ແຫລ່ງ​ອາຫານ​ທີ່​ມີ​ ແມກ​ນີ​ຊຽມ ​ສູງ​ໃຫ້​ໄດ້​ສົມ​ດຸນ​ກັນ​ໄປ​ນໍາເຊັ່ນ​ກັນ

ດັ່ງ​ນັ້ນ ກາ​ບໍ​ລິ​ໂພກ​ແຄ​ຊຽມ​ພຽງ​ຢ່າງ​ດຽວ ຈຶ່ງ​ບໍ່​ພຽງ​ພໍ​ຕໍ່​ການ​ເສີມ​ສ້າງ​ກະດູກ ເພາະ​ນອກ​ຈາກ​ແຄ​ຊຽມ​ແລ້ວ ກະດູກ​ຍັງ​ຕ້ອງ​ການ​ວິ​ຕາ​ມິນ​ດີ ແມກ​ນີ​ຊຽມ ວິ​ຕາ​ມິນ​ເຄ  ສັງ​ກະ​ສີ ແລະ ອື່ນໆ

ວິ​ຕາ​ມິນ​ດີ: ຖ້າ​ຮ່າງກາຍ​ໄດ້ຮັບ​ວິ​ຕາ​ມິນ​ດີ​ບໍ່​ພຽງ​ພໍ​ຈະ​ເຮັດໃຫ້​ຮ່າງກາຍ​ດູດ​ຊັບ​ແຄ​ຊຽມ​ໄດ້​ພຽງ  10-15 ສ່ວນຮ້ອຍເທົ່າ​ນັ້ນ ແຫລ່ງ​ຂອງ​ວິ​ຕາ​ມິນ​ດີ​ທີ່​ສຳຄັນ​ຄື ແສງ​ແດດ ອາຫານ​ທີ່​ມີ​ວິ​ຕາ​ມິນ​ດີ ຄື ນົມ ປາ​ແຊນ​ມອນ ກຸ້ງ ເປັນ​ຕົ້ນ

ແມກ​ນີ​ຊຽມ: ປະລິມານ​ເຄິ່ງ​ໜຶ່ງ​ຂອງ​ແມກ​ນີ​ຊຽມ​ໃນ​ຮ່າງກາຍ​ຢູ່​ທີ່​ກະດູກ ເຊິ່ງ​ຈະ​ຊ່ວຍ​ດູດ​ຊັບ​ແລະ​ໃຊ້​ວິ​ຕາ​ມິນ​ດີ ອາຫານ​ທີ່​ມີ​ແມກ​ນີ​ຊຽມ​ສູງ ເຊັ່ນ ຖົ່ວອາວມອນເປັນຕົ້ນ

ວິ​ຕາ​ມິນ​ເຄ: ຊ່ວຍ​ໃຫ້​ກະດູກ​ແຂງ​ແຮງ ບໍ່​ຫັກ​ງ່າຍ ອາຫານ​ທີ່​ມີ​ວິ​ຕາ​ມິນ​ເຄ​ສູງ ເຊັ່ນ  ບອກ​ໂຄ​ລີ ຜັກ​ໃບ​ຂຽວ

ເກືອ​ແຮ່: ນອກ​ຈາກ​ນີ້​ໃນ​ແຕ່​ລະ​ມື້​ຮ່າງກາຍ​ຍັງ​ຕ້ອງ​ການ ​ສັງ​ກະ​ສີ​ຖົ່ວ ທັນ​ຍະ​ພືດ​ຕ່າງໆ ໝາກນັດໝາກເລັ່ນ ແລະ ​ເຕົ້າ​ຮູ້  ສ່ວນ​ອາຫານ​ທະ​ເລ ຊີ້ນ​ແດງ ຖົ່ວ ເປັນ​ແຫລ່ງ​ຂອງ​ສັງ​ກະສີ

ອາຫານ​ບຳ​ລຸງ ກະ​ດູກ

ໂດຍ​ສະຫລຸບ ຮ່າງກາຍ​ຕ້ອງ​ການ​ແຄ​ຊຽມ​ປະ​ມານ​ມື້​ລະ 800- 1, 200ມິ​ລິ​ກຣາມ ຕ້ອງ​ການ​ແມກ​ນີ​ຊຽມ​ມື້​ລະ​ປະ​ມານ 150ມິ​ລິ​ກຣາມ ຕ້ອງ​ການ​ວິ​ຕາ​ມິນ​ດີ​ມື້​ລະ 200ໜ່ວຍສາກົນ ຖ້າຫາກ​ຮັບປະທານ​ອາຫານ​ໃຫ້​ຖືກ​ສັດ​ສ່ວນ ເພີ່ມ​ຜັກ​ໃບ​ຂຽວ ເສີມ​ດ້ວຍ​ຖົ່ວ ແລະ ​ອາຫານ​ທະ​ເລ​ເລື້ອຍໆ ກໍ​ບໍ່​ຕ້ອງ​ກັງ​ວົນ​ວ່າ ​ຈະເສຍກະດູກກ່ອນໄວອັນຄວນອີກຕໍ່ໄປ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...