spot_img
HomeBaby-ແມ່ແລະເດັກອາຫານທີ່ແມ່ຍິງຖືພາບໍ່ຄວນກິນຫຼາຍ

ອາຫານທີ່ແມ່ຍິງຖືພາບໍ່ຄວນກິນຫຼາຍ

Published on

  1. ອາຫານລົດຊາດເຜັດ: ແມ່ຍິງຖືພາຄວນຫຼີກລຽງການກິນອາຫານທີ່ມີລົດຊາດເຜັດຫຼາຍເກີນໄປ ເພາະໃນເວລາຖືພາການຍ່ອຍອາຫານຈະຜິດປົກກະຕິ, ອາດຈະເຮັດໃຫ້ທ້ອງອືດ, ແໜ້ນທ້ອງໄດ້
  2. ອາຫານທີ່ເຮັດໃຫ້ເກີດພະຍາດໄຫຼກັບ: ໃນເວລາຖືພາ ມີໂອກາດຫຼາຍທີ່ຈະເກີດພະຍາດໄຫຼກັບ, ເຊິ່ງອາຫານທີ່ກິນແລ້ວສ່ຽງເກີດມີ ອາຫານປະເພດຈືນ, ອາຫານເຄັມ, ອາຫານຈຳພວກແປ້ງເອົາມາອຸ່ນຊໍ້າ.
  3. ເຄື່ອງດື່ມທາດແອວກໍຮໍ: ຈະເຮັດໃຫ້ກະທົບຮອດລູກໃນທ້ອງ, ອາດເຮັດໃຫ້ເດັກເຮັດວຽກຜິດປົກກະຕິ, ເຕີບໂຕຊ້າ, ອາດເຮັດໃຫ້ລູກເກີດມາພິການ, ເກີດກ່ອນກຳນົດ ຫຼືຮ້າຍແຮງກວ່ານັ້ນອາດເຮັດໃຫ້ເດັກເສຍຊີວິດໄດ້
  4. ອາຫານທີ່ກິນແລ້ວແພ້: ຖ້າຫາກແພ້ອາຫານປະເພດໃດແລ້ວກໍບໍ່ຄວນກິນ ຖ້າຫາກຫຼົງກິນຈະເຮັດໃຫ້ອາການແພ້ແຮງກວ່າເດີມໄດ້ ເຊິ່ງຕ້ອງລະວັງເລື່ອງນີ້ຢ່າງຖີ່ຖ້ວນ
  5. ອາຫານສຳເລັດຮູບ: ອາຫານທີ່ເຮັດອອກມາເພື່ອເກັບຮັກສາດົນ ອາດເກີດມີສານເຄມີປົນມາ ຫຼືສານກັນບູດເຊິ່ງແມ່ຍິງຖືພາຄວນຫຼີກລຽງ ເພາະອາດເກີດອັນຕະລາຍກັບລູກໃນທ້ອງໄດ້
  6. ອາຫານໄຂມັນສູງ: ໂດຍສະເພາະອາຫານຈືນ ທີ່ຕ້ອງໃຊ້ນໍ້າມັນຫຼາຍໆ ເພາະກິນແລ້ວຈະເຮັດໃຫ້ຍ່ອຍຍາກ, ຖ້າກິນຫຼາຍກໍເຮັດໃຫ້ທ້ອງອືດ, ແໜ້ນທ້ອງ ແລະເຮັດໃຫ້ນໍ້າໜັກເພີ່ມຂຶ້ນໄດ້
  7. ຊາ, ກາເຟ: ເຄື່ອງດື່ມທີ່ມີຄາເຟອິນ ເພາະຈະເຮັດໃຫ້ທ້ອງຜູກໄດ້ງ່າຍ, ໃຈສັ່ນ ແລະນອນບໍ່ຫຼັບ ເຊິ່ງການພັກຜ່ອນເປັນສິ່ງທີ່ຈຳເປັນ ສຳລັບແມ່ຍິງຖືພາ
  8. ນໍ້າອັດລົມ: ຖ້າຫາກກິນນໍ້າອັດລົມຫຼາຍ ຈະເຮັດໃຫ້ແມ່ຍິງຖືພາຕຸ້ຍຂຶ້ນ, ຖ້າຫຼີກລຽງໄດ້ແມ່ນດີທີສຸດ ແລະຄວນກິນນໍ້າໝາກໄມ້ ເພື່ອບຳລຸງລູກໃນທ້ອງຈະດີກວ່າ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...