spot_img
Homeນານາສາລະອາຫານທີ່ຄວນຫຼີກຫຼ່ຽງ ໃນມື້ທີ່ອາກາດຮ້ອນ

ອາຫານທີ່ຄວນຫຼີກຫຼ່ຽງ ໃນມື້ທີ່ອາກາດຮ້ອນ

Published on

ອາຍຮ້ອນ ແລະ ແສງແດດ ສາມາດເຮັດໃຫ້ເຮົາອ່ອນເພຍໄດ້ຫຼາຍກວ່າປົກກະຕິ ເຮົາຈຶ່ງຮູ້ສຶກຫິວນ້ຳຕະຫຼອດເວລາ ເຖິງໄດ້ມີຄຳແນະນຳວ່າໃຫ້ດື່ມນ້ຳຫຼາຍໆ ຫຼື ກິນໝາກໄມ້ ເພື່່ອເພີ່ມຄວາມສົດຊື່ນໃຫ້ແກ່ຮ່າງກາຍໄດ້, ແຕ່ນອກຈາກອາຫານ ແລະ ເຄື່ອງດື່ມທີ່ຊ່ວຍດັບຮ້ອນໃຫ້ຮ່າງກາຍແລ້ວ ກໍຕ້ອງລະມັດລະວັງອາຫານທີ່ສາມາດເພີ່ມຄວາມຮ້ອນໃຫ້ຮ່າງກາຍຢ່າງເດັດຂາດ ມື້ທາງທີມງານລາວໂພສນຳ 7 ອາຫານທີ່ຄວນຫຼີກຫຼ່ຽງ ໃນມື້ທີ່ອາກາດຮ້ອນ ເຊິ່ງມີຫຍັງແນ່ໄປຕິດຕາມກັນເລີຍ:

1 ເຄື່ອງດື່ມເອວກໍຮໍ: ເວລາທີ່ເຮົາດື່ມເຄື່ອງດື່ມເອວກໍຮໍ ເຮົາຈະຮູ້ສຶກຮ້ອນ ເນື່ອງຈາກເອວກໍຮໍ ຈະໄປເຮັດໃຫ້ເສັ້ນເລືອດຂະຫຍາຍ ຫາກດື່ມໃນເວລາທີ່ອາກາດຮ້ອນ ມີໂອກາດເຮັດໃຫ້ເຮົາຊັອກໄດ້.

2  ເຄື່ອງດື່ມທີ່ມີຄາເຟອີນ: ກາເຟ ຫຼື ຊາ ເພາະຄາເຟອີນ ມີລິດເຮັດໃຫ້ເຮົາຕ້ອງປວດເບົາຕະຫຼອດເວລາ ເຊິ່ງເປັນການຂັບນ້ຳອອກຈາກຮ່າງກາຍ ເມື່ອຮ່າງກາຍຂາດນ້ຳເຮົາຈະຮູ້ສຶກເພຍແດດ ໄດ້ງ່າຍຂຶ້ນ ນອກຈາກນີ້ ລິດຂອງຄາເຟອີນຍັງໄປກະຕຸ້ນຖຶງ ແຕ່ລະອານູຂອງສະໝອງ ເຮັດໃຫ້ເກີດອາການກະວົນກະວາຍໃຈສັ່ນອີກດ້ວຍ.

3 ເຂົ້າໝົມຫວານ: ເຂົ້າໝົມຫວານບໍ່ວ່າຈະເປັນເຂົ້າອົມ ເຂົ້າໝົມທົ່ວໄປຈະມີລົດຫວານ ຈະສາມາດເຮັດໃຫ້ຮ່າງກາຍຂອງເຮົາຮ້ອນຂຶ້ນໄດ້ ເພາະເມື່ອຮ່າງກາຍເຮົາເຜົາຜານນ້ຳຕານຈະສ້າງຄວາມຮ້ອນຂຶ້ນມາ ແລະ ຍັງປ່ອຍຂີ້ເຫຍື້ອທີ່ເກີດຈາກການເຜົາຜານອອກມາທຳຮ້າຍຮ່າງກາຍອີກດ້ວຍ.

4 ຂອງທອດ ຂອງມັນ: ຂອງທອດທີ່ຫຼາຍໆຄົນມັກກິນ ກໍໄດ້ຮັບຄວາມຮ້ອນຈາກນ້ຳມັນທີ່ໃຊ້ໃນການທອດ ແລະ ນ້ຳມັນທອດເຮັດໃຫ້ຮ່າງກາຍເຮົາຮ້ອນ ແລະ ເກີດການອັກເສບໄດ້ດ້ວຍ ບໍ່ວ່າຈະເປັນການກິຮນົມ, ເນຍ, ວິບຄີມ ຖືເປັນການການກິນທີ່ເຮັດໃຫ້ຮ່າງການໍຍເຮົາເກີດການອັກເສບ ແລະ ກະທົບຕໍ່ລະບົບລອດເລືອດ ແລະ ຫົວໃຈ.

5 ອາຫານທີ່ມີລົດເຄັມ: ການກິນອາຫານເຄັມ ເຮັດໃຫ້ໄຕຂອງເຮົາເຮັດວຽກໜັກຂຶ້ນຢູ່ແລ້ວ ເພື່ອເກັບນ້ຳໄວ້ໃນຮ່າງກາຍ ເພື່ອໄປຫຼໍ່ລ້ຽງອະໄວຍະວະ ແລະ ຂັບເຫື່ອດັບຮ້ອນ ດັ່ງນັ້ນຖ້າຈະຮັບປະທານອາຫານທີ່ມີລົດຊາດເຄັມ ຈາກນ້ຳປາ, ສະອິ້ວ ຫຼື ອື່ນໆ ຄວນກິນໃນປະລິມານທີ່ພໍດີກໍຄື: ບໍ່ຄວນກິນນ້ຳປາເກີນ 1 ບ່ວງຕໍ່ມື້ ສ່ວນເກືອບໍ່ຄວນກິນ 1 ບ່ວງຊາຕໍ່ມື້.

6 ໝາກໄມ້ທີ່ມີລົດຫວານ: ເຮົາສາມາດກິນໄດ້ ແຕ່ບໍ່ຄວນກິນໃນປະລິມານທີ່ຫຼາຍຈົນເກີນໄປ ເພາະໃນໝາກໄມ້ເຫຼົ່ານີ້ມີນາ້ຳຕານ ຟຸກໂຕສ ເຊິ່ງມີສ່ວນໃນການສ້າງອານຸມູນອິດສະຫຼະ ແລະ ໄຂມັນໃນຮ່າງກາຍ ເຊິ່ງຈະເພີ່ມຄວາມຮ້ອນໃຫ້ຮ່າງກາຍໄດ້.

7 ນ້ຳອັດລົມ ເຄື່ອງດື່ມຫວານ: ເຄື່ອງດື່ມທີ່ມີຄວາມເຢິນ ແລະ ຫວານສາມາດຊ່ວຍໃຫ້ຄວາມສົດຊື່ນໄດ້ແທ້ ແຕ່ຖ້າດື່ມຕະຫຼອດກໍຈະເຮັດໃຫ້ກະຫາຍນ້ຳຫຼາຍຂຶ້ນ ເພາະເຄື່ອງດື່ມເຫຼ່ານີ້ມີນ້ຳຕານ ອີກທັງຖ້າດື່ມຫຼາຍເກີນໄປຈະເຮັດໃຫ້ຮ່າງກາຍຮັບທາດນ້ຳຕານຫຼາຍເກີນກຳນົດຕໍ່ມື້ອີກ.

ຢ່າງໃດກໍຕາມ ອາຫານທັງ 7 ຢ່າງນີ້ອາດສົ່ງຜົນ ຫຼື ບໍ່ສົ່ງຜົນອັນຕະລາຍຕໍ່ຮ່າງກາຍກໍໄດ້ຂຶ້ນຢູ່ກັບໂຕເອງເປັນສຳຄັນ ເພາະຖ້າຫານກິນໃນປະລິມານທີ່ຫຼາຍ ຫຼື ກິນຕະຫຼອດ ກໍມີສິດບໍ່ສະບາຍໃນຊ່ວງທີ່ອາກາດຮ້ອນໄດ້.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...