spot_img
Homeນານາສາລະອາຫານດີໆທີ່ຊ່ວຍບຳລຸງຫົວໃຈໃຫ້ແຂງແຮງ

ອາຫານດີໆທີ່ຊ່ວຍບຳລຸງຫົວໃຈໃຫ້ແຂງແຮງ

Published on

ຫົວໃຈຂອງຄົນເຮົາມີ 4 ຫ້ອງ ແບ່ງອອກເປັນເບື້ອງຊ້າຍ-ຂວາ ໂດຍຜະໜັງຂອງກ້າມຊີ້ນຫົວໃຈ ແລະ ແບ່ງອອກເປັນຫ້ອງເທິງ-ລຸ່ມໂດຍລີ້ນຫົວໃຈ ຂະນະທີ່ໃນແຕ່ລະວັນຫົວໃຈຈະເຕັ້ນປະມານ 100.000 ຄັ້ງ ທັງນີ້ ພະຍາດຫົວໃຈຖືເປັນພະຍາດທີ່ເກີດຂຶ້ນຢ່າງແຜ່ຫຼາຍດ້ວຍຫຼາຍສາເຫດ ແຕ່ພະຍາດດັ່ງກ່າວກໍສາມາດປ້ອງກັນໄດ້ ແລະ ໜຶ່ງໃນວິທີປ້ອງກັນກໍຄື ການໃຫ້ຄວາມສຳຄັນກັບການເລືອກຮັບປະທານອາຫານການກິນ ເລືອກກິນສິ່ງທີ່ມີປະໂຫຍດ ໝັ່ນອອກກຳລັງກາຍ ພັກຜ່ອນໃຫ້ພຽງພໍ ດື່ມສະອາດໃຫ້ໄດ້ຢ່າງໜ້ອຍວັນລະ 7-8 ຈອກ ລວມເຖິງລະວັງບໍ່ໃຫ້ເກີດຄວາມຄຽດຫຼາຍເກີນໄປ ນອກຈາກນີ້ ກໍມີອາຫານທີ່ຊ່ວຍບຳລຸງຫົວໃຈເພື່ອໃຫ້ຫຼອດເລືອດ ແລະ ຫົວໃຈແຂງແຮງ ຊຶ່ງຈະມີຫຍັງແດ່ນັ້ນເຮົາມາຮູ້ໄປພ້ອມໆກັນເລີຍ.

ປາ   ໂດຍສະເພາະປາທະເລເຊັ່ນ ປາທູ ປາທູນ້າ ປາແຊລມອນ ປາຊາດີນ ຊຶ່ງຄວນກິນຢ່າງໜ້ອຍອາທິດລະ 2 ຄັ້ງ ເພາະວ່ານ້ຳມັນຈາກປາທະເລສາມາດຊ່ວຍຫຼຸດລະດັບໄຕຣກລີເຊີໄຣໃນເລືອດ ແລະ ຊ່ວຍປ້ອງກັນການເກີດພະຍາດຫົວໃຈໄດ້.

ໝາກໄມ້ທີ່ມີລົດຊາດຫວານຈັດ  ບໍ່ວ່າຈະເປັນໝາກກ້ຽງ ກີວີ ແກ້ວມັງກອນ ກ້ວຍ ແອັບເປິລ ລະແຊັງ ໝາກຫຸ່ງ ໝາກນັດ ເນື່ອງຈາກໝາກໄມ້ເຫຼົ່ານີ້ມີເສັ້ນໃຍອາຫານ ວິຕາມິນ ແລະ ແຮ່ທາດສູງ ຊຶ່ງຈະຊ່ວຍບຳລຸງຮ່າງກາຍ ແລະ ຊ່ວຍຫຼຸດໄຂມັນໃນເລືອດເນື່ອງຈາກວ່າມີລະດັບນ້ຳຕານບໍ່ສູງ.

ພືດຕະກູນຖົ່ວ  ສາມາດຊ່ວຍຫຼຸດລະດັບຄໍເລສຕໍຣອລ ແລະ ປ້ອງກັນພະຍາດຫົວໃຈໄດ້ເຊັ່ນກັນ.

ໝາກເລັ່ນ ຊ່ວຍຫຼຸດປະລິມານຄໍເລສຕໍຣອລ ແລະ ຄວາມສ່ຽງໃນການເກີດພະຍາດຫົວໃຈ.

ຜັກໃບຂຽວ ໂດຍສະເພາະຜັກກາດນາ ຜັກໂຂມ ບລ໋ອກໂຄລີ ລວມເຖິງຜັກໃບຂຽວຊະນິດອື່ນໆລ້ວນມີວິຕາມິນ ແລະ ແຮ່ທາດທີ່ຊ່ວຍບຳລຸງຫົວໃຈ.

ໝາກພິລາ  ມີສານຕ້ານອະນຸມູນອິດສະຫຼະຢ່າງຫຼວງຫຼາຍ ຈິ່ງຊ່ວຍຫຼຸດຄວາມສ່ຽງຕໍ່ການເປັນພະຍາດຫົວໃຈ.

ອາຫານໄຂມັນຕ່ຳ  ເນື່ອງຈາກອາຫານໄຂມັນສູງຖືເປັນສາເຫດທີ່ກໍ່ໃຫ້ເກີດໄຂມັນສະສົມ ໃນກະແສເລືອດຈົນໄປເກາະຢູ່ຕາມຜະໜັງຫຼອດເລືອດ ແລະ ເຮັດໃຫ້ມີຄວາມດັນເລືອດສູງ ຊຶ່ງເປັນສາເຫດຫຼັກທີ່ເຮັດໃຫ້ເກີດພະຍາດຫົວໃຈ ດັ່ງນັ້ນ ຈິ່ງຄວນເລືອກກິນອາ ຫານໄຂມັນຕ່ຳເຊັ່ນ ປາ ແລະ ຊີ້ນສັດທີ່ບໍ່ຕິດໜັງ-ຕິດມັນແທນຈະດີກວ່າ.

ປະເພດອາຫານທີ່ມີສານຕ້ານອະນຸມູນອິດສະຫຼະ  ແຫຼ່ງສຳຄັນຂອງອາຫານທີ່ມີສານຕ້ານອະນຸມູນອິດສະຫຼະຄື ວິຕາມິນ A (ແຄໂຣທີນ) ວິຕາມິນ E ແລະ C ຊຶ່ງມີຢູ່ໃນກາລົດ ໝາກອຶ ໝາກມ່ວງ ຜັກໂຂມ ແຄນຕາລູບ ລູກພີຊ ບລ໋ອກໂຄລີ ຜັກບົ້ງ ນ້ຳມັນຖົ່ວເຫຼືອງ ໝາກສີດາ ກີວີ ໝາກກ້ຽງ ກະລ່ຳ ໝາກເຜັດ ໝາກນາວ ແລະ ອື່ນໆ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: iStock

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...