spot_img
Homeຂ່າວຕ່າງປະເທດອາຕີເຮັງ! ຖືກຫວຍ 675 ຕື້ກັບ ໃສ່ຊຸດກາຕູນພາງຕົວມາຮັບລາງວັນ!

ອາຕີເຮັງ! ຖືກຫວຍ 675 ຕື້ກັບ ໃສ່ຊຸດກາຕູນພາງຕົວມາຮັບລາງວັນ!

Published on

14133402221413340247l_1413348004.jpg;r width=580;static p_s1sf_ns_0;file dc111a

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ເມື່ອວັນທີ 14 ຕຸລາຜ່ານມານີ້ ມີຊາຍໂຊກດີຜູ້ໜຶ່ງ ຖືກລາງວັນຫວຍມູນຄ່າສູງເຖິງ

525 ລ້ານຢວນ ຫລື ຫລາຍກ່ວາ 675 ຕື້ກີບ ເຊິ່ງເປັນລາງວັນທີ່ມີມູນຄ່າສູງທີ່ສຸດ ເປັນອັນດັບທີ 3 ຂອງປະຫວັດສາດຫວຍ

ຈີນ.

 

ໂດຍຊາຍຄົນດັ່ງກ່າວນັ້ນ ໄດ້ຊື້ຫວຍມາເມື່ອວັນທີ 4 ຕຸລາຜ່ານມາ ຈາກເມືອງໄທ່ຢວນ ແຂວງຊານຊີ ເຊິ່ງເປັນເມືອງທາງ

ຕອນເໜືອຂອງປະເທດຈີນ ເຊິ່ງປະເດັນທີ່ໄດ້ສ້າງຄວາມຮືຮາບໍ່ແພ້ກັບຄວາມເຮັງຂອງລາວກໍຄື ຊາຍຄົນດັ່ງກ່າວໄດ້ມາ

ຮັບເອົາເງິນລາງວັນ ໂດຍໃສ່ຊຸດກາຕູນທີ່ມີຊື່ວ່າ ບູນີ ແບຣ໌ສ (Boonie Bears) ເຊິ່ງເປັນກາຕູນທີ່ອອກອາກາດທາງຊ່ອງ

ໂທລະພາບ CCTV ຂອງຈີນ ເພື່ອປິດບັງໃບໜ້າຂອງຕົວເອງ.

 

14133402221413340250l_1413348004.jpg;r width=580;static p_s1sf_ns_0;file dc111a

 

ທັງນີ້ ໜຸ່ມ ບູນີ ແບຣ໌ສ ຍັງເປີດເຜີຍອີກດ້ວຍວ່າ ຈະນຳເອົາເງິນລາງວັນ 12 ລ້ານຢວນ ຫລື ປະມານ 15,7 ຕື້ກີບ ໄປບໍລິ

ຈາກເພື່ອການກຸສົນໃຫ້ກັບອົງການປົກຄອງທ້ອງຖິ່ນ ໂດຍສ່ວນໜຶ່ງນັ້ນເຂົາຈະນຳເອົາໄປຊ່ວຍເຫລືອຜູ້ປະສົບໄພແຜ່ນ

ດິນໄຫວໃນເມືອງຈິງກູ ຂອງແຂວງຢູນນານອີກດ້ວຍ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...