spot_img
Homeຂ່າວພາຍ​ໃນອາດມີການຕັດ ສັນຍານເຟສບຸກໃນລາວ

ອາດມີການຕັດ ສັນຍານເຟສບຸກໃນລາວ

Published on

image001

ແຫຼ່ງຂ່າວ ລາວໂພສຕ໌ ຈາກສຳນັກງານແຫ່ງໜຶ່ງລາຍງານວ່າ: ຕາມ​ຂໍ້​ມູນ​ໃນ​ວັນທີ 2 ພຶດ­ສະ­ພາ 2014 ຢູ່ ສປປ ລາວ ມີ​ຄົນ​ລາວ​ນຳໃຊ້​ເຟດ​ບຸ​ກລວມ​ແລ້ວ​ທັງ​ໝົດ 530.000 ກວ່າ​ຄົນ ທຽບ­ໃສ່ 2 ປີ​ກ່ອນ ໄດ້​ເພີ່ມຂຶ້ນ 260% ທີ່​ມີ​ພຽງ​ປະ­ມານ 2 ແສນຄົນ​ເທົ່າ​ນັ້ນ ແລະມາ​ຮອດ​ປະ­ຈຸ​ບັນ​ຄາດ ວ່າ​ຕົວ​ເລກ​ການ​ນຳ​ໃຊ້​ອາດ​ມີ​ຫຼາຍ​ເພີ່ມຂຶ້ນ​ອີກ, ທ່ານ​ລັດ­ຖະ­ມົນ­ຕີ​ວ່າ­ການ​ກະຊວງ​ໄປ­ສະ­ນີ​ໂທລະ​ຄົມ­ມະ­ນາ­ຄົມ ແລະການ​ສື່­ສານ​ກ່າວ.

ທ່ານ ຫຽມ ພົມ­ມະ­ຈັນ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ໄປ­ສະ­ນີ​ໂທລະ​ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ ເຫັນ​ວ່າ: ເຟດ​ບຸກ​ປຽບ​ເໝືອນ​ມີດ​ສອງ​ຄົມ​ອັນ​ທຳອິດ​ແມ່ນ​ຈະ​ໃຫ້​ປະ­ໂຫຍດ​ໃນ​ການ​ນຳໃຊ້​ເພື່ອ​ເປັນ​ເວ­ທີ​ແລກ­ປ່ຽນ​ຄວາມ​ຄິດເຫັນ, ຄວາມ​ຮູ້​ຄວາມ​ສາ­ມາດ ແລະໂຄສະ​ນາ​ປະ­ຊາ­ສຳ­ພັນ​ລະ­ຫວ່າງ​ບຸກ­ຄົນ​ຫາບຸກ­ຄົນ​ນັກ­ທຸ­ລະ­ກິດ​ດ້ວຍ​ກັນ​ກ່ຽວ​ກັບວຽກ​ງານ​ການ​ຄ້າ­ຂາຍແຕ່​ໄປ​ຄຽງ​ຄູ່ກັນ​ນັ້ນ​ອັນ​ຮອງ​ມາ​ແມ່ນ​ເປັນ​ຊ່ອງ​ທາງເຜີຍ­ແຜ່​ຂໍ້​ມູນ​ທີ່​ເປັນ​ໄພ​ສ້າງ​ຄວາມ​ວຸ້ນວາຍ​ໃຫ້​ແກ່​ສັງ­ຄົມ ແລະ ສ່ວນ​ລວມ​ກໍ​ຄືລັດ­ຖະ­ບານຂະ­ນະ​ທີ່​ເວບ​ດັ່ງ­ກ່າວ​ຫຼາຍປະ­ເທດ​ໃນ​ໂລກ​ກໍ​ໄດ້​ຕັດ​ການ​ໃຊ້​ງານແບບ​ຖາ­ວອນ.

ແນວ­ໃດ​ກໍ​ດີເພື່ອ​ປະ­ຕິ­ບັດ​ຕາມ​ແນວທາງ​ນະ­ໂຍ­ບາຍ​ຫັນ​ເປັນ​ອຸດ­ສາ­ຫະ­ກຳ​ທີ່ທັນ​ສະ­ໄໝ​ກໍ​ຄື​ການ​ເປີດ​ປະ­ຕູ​ເຊື່ອມ​ໂຍງກັບ​ໂລກ​ພາຍ​ນອກ ສຳ­ລັບ ສປປ ລາວຈິ່ງ​ເຫັນ​ວ່າ​ຈະ​ສະ­ກັດ​ກັ້ນ​ບາງ​ຂໍ້​ມູນ ຫຼືບັນ­ຊີ​ທີ່​ເປັນ​ໄພ​ສ້າງ​ຄວາມ​ເສື່ອມ​ເສຍແກ່​ບຸກ­ຄົນ, ສັງ­ຄົມ ແລະປະ­ເທດ​ຊາດ ເທົ່າ​ນັ້ນ​ຈະ​ບໍ່​ຕັດ​ໝົດ ຊຶ່ງ​ປະ­ຈຸ​ບັນ​ເຈົ້າ​ໜ້າທີ່​ກ່ຽວ­ຂ້ອງ​ກຳ­ລັງ​ລິ​ເລີ່ມ​ຈັດ​ຕັ້ງ​ປະ­ຕິ­ບັດໂດຍ​ມີ​ນິ­ຕິ​ກຳ​ທີ່​ອີງ­ໃສ່​ລັດ​ຖະ​ທຳ​ມະ­ນູນ, ກົດ­ໝາຍ​ວ່າ​ດ້ວຍ​ອາ­ຍາ​ໄວ້​ຄຸ້ມ​ຄອງ.

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...