spot_img
Homeນານາສາລະ30 ແລ້ວ! ຍັງບໍ່ແຕ່ງງານບໍ່ແມ່ນເລື່ອງແປກ ເພາະກຳລັງເປັນທີ່ນິຍົມໃນທົ່ວໂລກ

30 ແລ້ວ! ຍັງບໍ່ແຕ່ງງານບໍ່ແມ່ນເລື່ອງແປກ ເພາະກຳລັງເປັນທີ່ນິຍົມໃນທົ່ວໂລກ

Published on

30 ແລ້ວ ເປັນຫຍັງຄືບໍ່ແຕ່ງງານ? ເຊື່ອວ່າຫຼາຍຄົນ ຄົງຈະເຄີຍຖືກຖາມປະໂຫຍກນີ້ ແລະ ໃນໃຈກໍ່ຢາກຕອບໄປວ່າ: ໃຈເຢັນໆ ບໍ່ຕ້ອງຟ້າວ ເພາະໂຕເຮົາຍັງສະບາຍໃຈກັບສະຖານະແບບນີ້ຢູ່.

ເຖິງແມ່ນວ່າ ອາຍຸ 30 ປີ ຈະເປັນຈຸດໝາຍຫຼາຍໆຢ່າງໃນການເຂົ້າສູ່ການເປັນຜູ້ໃຫຍ່ຢ່າງເຕັມໂຕ. ດັ່ງນັ້ນ, ພໍ່ແມ່ນ ຫຼື ຜູ້ມີອາຍຸຫຼາຍກວ່າເຮົາ ມັກຈະຄາດຫວັງວ່າ 30 ປີ ແລ້ວຄວນແຕ່ງງານມີຄອບຄົວ ຫຼື ຢ່າງໜ້ອຍກໍຄວນມີຄົນຮັກ.

ເຖິງຢ່າງໃດກໍຕາມ, ການເປັນໂສດ ຫຼື ການຍັງບໍ່ຢາກແຕ່ງງານ ຕອນອາຍຸ 30 ປີ ມັນກໍບໍ່ແມ່ນເລື່ອງແປກ ຫຼື ຜິດປົກກະຕິແຕ່ຢ່າງໃດເລີຍ ພ້ອມຍັງເປັນກະແສທີ່ເກີດຂື້ນໃນຫຼາຍໆປະເທດໃນທົ່ວໂລກອີກດ້ວຍ. ເວົ້າອີກຢ່າງໜື່ງກໍຄື ເຮົາບໍ່ໄດ້ເປັນໂສດຢູ່ຄົນດຽວ ເພາະຍັງມີຫຼາຍໆຄົນທີ່ຢູ່ໃນສະຖານະດຽວກັນ.

Marcia Inhorn ນັກວິຊາການດ້ານມະນຸດວິທະຍາ ຈາກມະຫາວິທະຍາໄລ ເຢວ (Yale University) ອະທິບາຍວ່າ: ມີເທຣນໜື່ງໄດ້ເກີດຂຶ້ນກັບໜຸ່ມ-ສາວ ທີ່ມີອາຍຸ 30 ຕົ້ນໆໃນຫຼາຍປະເທດທົ່ວໂລກ ກໍຄື ເທຣນ ທີ່ເອີ້ນວ່າ Waithood ຫຼື ພາວະການລໍຖ້າຄວາມຮັກ ແບບບໍ່ຟ້າວແຕ່ງງານ ແລະ ບໍ່ເອົາໂຕເອງປຽບທຽບກັບຍຸກສະໄໝກ່ອນທີ່ຕ້ອງແຕ່ງງານກ່ອນອາຍຸ 30 ປີ.

ພາວະ Waithood ເກີດຂຶ້ນໄດ້ຫຼາຍປັດໄຈຄື: ປັດໄຈດ້ານເສດຖະກິດ ແລະ ການເງີນ, ເມື່ອຄົນລຸ້ນໃໝ່ຫຼາຍຄົນຍັງບໍ່ຢາກຜູກມັດ ໂດຍການຈົດທະບຽນສົມລົດ ເພາະຄິດວ່າມັນມີຄ່າໃຊ້ຈ່າຍຫຼາຍພໍສົມຄວນ. ໃນຂະນະດຽວກັນ, ໝຸ່ມ-ສາວ ອາຍຸ 30 ປີ ຫຼາຍຄົນຍັງເຊື່ອວ່າ ການຟ້າວຜູກມັດໂຕເອງຫຼາຍເກີນໄປ ອາດຈະຕ້ອງແບກຮັບພາລະການເງີນເພີ່ມຂຶ້ນອີກດ້ວຍ.

ອີກເທຣນໜຶ່ງທີ່ໜ້າສົນໃຈກໍຄື: Single-Positive ຫຼື ການເບິ່ງເຫັນຄ່າໂຕເອງໃນການໃຊ້ຊີວິດຄົນດຽວ ແລະ ບໍ່ຢາກມີຄົນຮັກ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...