spot_img
Homeມຸມຂ່າວ AECອາຊຽນເລັ່ງພັດທະນາສະຫວັດດີການສັງຄົມ ເພື່ອບັນລຸວິໄສທັດ 2025

ອາຊຽນເລັ່ງພັດທະນາສະຫວັດດີການສັງຄົມ ເພື່ອບັນລຸວິໄສທັດ 2025

Published on

ຂປລ. ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂອງ ສປປ ລາວ ​ແລະ ຄະນະ ​ໄດ້​ສຳ​ເລັດການ​ເຂົ້າ​ຮ່ວມ ກອງປະຊຸມລັດຖະມົນຕີ ສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ຄັ້ງທີ 9 ແລະ ກອງປະຊຸມ ລັດຖະມົນຕີ ສະຫວັດດີການສັງຄົມ ແລະ ການພັດທະນາ ອາຊຽນ+3 ຄັ້ງທີ 5 ​​ເຊິ່ງຈັດຂຶ້ນ​ ໃນວັນທີ 29-30 ກັນຍາ 2016 ທີ່ນະຄອນຫລວງຈາກາຕາ ປະເທດອິນໂດເນເຊຍ ພາຍໃຕ້ຫົວຂໍ້ “ສ້າງຄວາມເຂັ້ມແຂງ ໃນການພັດທະນາສະຫວັດດີການສັງຄົມ ເພື່ອບັນລຸວິໄສທັດ ປະຊາຄົມອາຊຽນ 2025’’ ເຊິ່ງຮັບກຽດເປັນປະທານໂດຍ ທ່ານ ໂຄຟີຟາ ອິນດາ ປາຣາວັນສາ ລັດຖະມົນຕີ ກິດຈະການສັງຄົມຂອງອິນໂດນີເຊຍ.

ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນຄົ້ນຄ້ວາ, ຮັບຮອງເອົາບັນດາເອກະສານ ແລະ ບັນຫາຕົ້ນຕໍຄື: ບົດລາຍງານຂອງກອງປະຊຸມ ເຈົ້າໜ້າທີ່ອາວຸໂສ ສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ຄັ້ງທີ 12; ບົດລາຍງານຂອງກອງປະຊຸມ ເຈົ້າໜ້າທີ່ອາວຸໂສ ສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ+3 ຄັ້ງທີ 11, ຖະແຫລງການຮ່ວມ ກອງປະຊຸມລັດຖະມົນຕີສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ຄັ້ງທີ 9, ຖະແຫລງການຮ່ວມ ກອງປະຊຸມລັດຖະມົນຕີ ສະຫວັດດີການສັງຄົມ ແລະ ການພັດທະນາ ອາຊຽນ+3 ຄັ້ງທີ 5. ນອກນັ້ນ, ຍັງໄດ້ສຸມໃສ່ການສ້າງກິດຈະກຳ ແລະ ໂຄງການຕໍ່ໜ້າ ເພື່ອຈັດຕັ້ງປະຕິບັດຖະແຫລງການອາຊຽນ ວ່າດ້ວຍການສ້າງຄວາມເຂັ້ມແຂງແກ່ຜູ້ອາຍຸສູງ, ການສ້າງຄວາມເຂັ້ມແຂງດ້ານການປົກປ້ອງສັງຄົມ, ການສົ່ງເສີມບົດບາດ ແລະ ການມີສ່ວນຮ່ວມຂອງຄົນພິການ ເພື່ອຕອບສະໜອງແກ່ການຈັດຕັ້ງປະຕິບັດ ວິໄສທັດປະຊາຄົມອາຊຽນ 2025.

ໃນໂອກາດນີ້, ທ່ານ ຄຳແພງ ໄຊສົມແພງ ໄດ້ມີຄວາມເຫັນຕໍ່ກອງປະຊຸມ ໂດຍຍົກ​ໃຫ້​ເຫັນການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍສະເພາະແມ່ນ ແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ, ການສົ່ງເສີມການພັດທະນາ ແລະ ການປົກປ້ອງສິດຜົນປະໂຫຍດຂອງຜູ້ອາຍຸສູງ, ຜູ້ພິການ, ເດັກນ້ອຍ, ການຈັດຕັ້ງປະຕິບັດວຽກງານປົກປ້ອງສັງຄົມ ແລະ ອື່ນໆ. ນອກນັ້ນ, ຍັງໄດ້ເນັ້ນໃສ່ ການຮ່ວມມືໃນຕໍ່ໜ້າ ເພື່ອພັດທະນາວຽກງານສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ເປັນຕົ້ນແມ່ນການປະສານງານ ແລະ ການສົ່ງເສີມກິດຈະກໍາ ຕໍ່ກຸ່ມ​ຄົນ​ດັ່ງກ່າວໃຫ້ຫລາຍຂື້ນ ເພື່ອ​ເປັນ​ການ ​ຜັນ​ຂະຫຍາຍ ບັນດາຖະແຫລງການອາຊຽນທີ່ກ່ຽວຂ້ອງ ແລະ ການເພີ່ມທະວີການຮ່ວມມື ກັບບັນດາປະເທດ+3 ກ່ຽວກັບວຽກງານ ສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ.

ທ່ານ ຄໍາແພງ ໄຊສົມແພງ ຍັງໄດ້ແຈ້ງເຖິງ ຄວາມພ້ອມການເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີ ສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ຄັ້ງທີ 10+3 ຄັ້ງທີ 6 ແລະ ກອງປະຊຸມປິ່ນອ້ອມທີ່ ສປປ ລາວ ຈະເປັນເຈົ້າພາບ ໃນປີ 2019.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...