spot_img
Homeນານາສາລະອາການເຕືອນວ່າເຮົາອາດເປັນພະຍາດທາງສະໝອງ ແລະລະບົບປະສາດ

ອາການເຕືອນວ່າເຮົາອາດເປັນພະຍາດທາງສະໝອງ ແລະລະບົບປະສາດ

Published on

ພະຍາດທາງສະໝອງ ແລະລະບົບປະສາດ ເປັນພະຍາດທີ່ເກີດຂຶ້ນໂດຍບໍ່ຮູ້ສຶກຕົວ ຫຼືເກີດຂຶ້ນກະທັນຫັນ ຫາກຄ່ອຍໆກໍ່ຕົວຂຶ້ນແຕ່ອາການດັ່ງກ່າວຕ່າງໆນັ້ນເຮົາອາດບໍ່ທັນສັງເກດ ດັັ່ງນັ້ນບາງຄັ້ງກໍກາຍເປັນເລື່ອງທີ່ສາຍເກີນແກ້.

ແຕ່ຖ້າເຮົາສັງເກດຕົນເອງຢູ່ຕະຫຼອດ ແມ້ແຕ່ຄວາມຜິດປົກກະຕິພຽງເລັກນ້ອຍ ແຕ່ເກີດຂຶ້ນຢ່າງຕໍ່ເນື່ອງນັ້ນກໍອາດໝາຍຄວາມວ່າເຮົາມີໂອກາດສ່ຽງທີ່ຈະເປັນພະຍາດທີ່ກ່ຽວກັບລະບົບປະສາດ ແລະສະໝອງ ຫຼືຈາກສາເຫດອື່ນໆ ທີ່ອັນຕະລາຍເຊັ່ນກັນເຮົາຈຶ່ງຄວນໄດ້ຮັບການປຶກສາຈາກແພດຜູ້ຊ່ຽວຊານ ຖ້າຮັກສາແຕ່ຕົ້ນໆ ກໍມີໂອກາດດີຂາດ ແລະມີສຸຂະພາບທີ່ແຂງແຮງໄດ້ແນ່ນອນ.

ມີອາການເຕືອນພະຍາດຫຼາຍຢ່າງທີ່ອາດສະແດງວ່າເຮົາມີໂອກາດສ່ຽງທີ່ຈະເປັນພະຍາດກ່ຽວກັບລະບົບປະສາດ ແລະສະໝອງ ດັ່ງນັ້ນຂໍໃຫ້ສັງເກດຈື່ຈໍານໍາໄປປຽບທຽບວ່າເຮົາມີອາການເຫຼົ່ານີ້ ຫຼືບໍ່ ແລະຖ້າມີກໍຢ່ານິ້ງນອນໃຈເດັດຂາດ ເພາະໝາຍເຖິງຊີວິດເຮົານັ້ນເອງ.

ມີອາການຫຼົງໆລືມໆຕະຫຼອດ ລຸກນັ່ງແລ້ວໜ້າມືດ, ມີອາການເມົາຫົວຕະຫຼອດຈົນຍ່າງເຊໄປເຊມາ, ຫູອຶ້ງຮູ້ສຶກວ່າເຮືອນປິ່ນ, ເວົ້າບໍ່ແຈ້ງ, ມັກເຫັນພາບຊ້ອນຢູ່ຕະຫຼອດ, ມີອາການຊາຢູ່ຕະຫຼອດ, ມີອາການສັ່ນເມື່ອຢູ່ເສີຍໆ ມີອາການຊັກ,​ ມີອາການສັ່ນເວລາໃຊ້ກ້າມຊື້ນ ເຊັ່ນ: ເຈັບບ່ວງຕັກອາຫານເຂົ້າປາກເວລາກິນເຂົ້າກໍຈະສັ່ນຈົນເຮັດໃຫ້ອາຫານຕົກ, ຫົວສັ່ນເອງ, ຄໍສັ່ນເອງ, ແຂນຂາອ່ອນແຮງ, ຈັບສິ່ງຂອງກໍຕົກຈາກມືຕະຫຼອດ, ເວລາຍ່າງເກີບມັກຫຼຸດ ແລະຮ່າງກາຍອ່ອນເພຍຕະຫຼອດ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...