spot_img
HomeBaby-ແມ່ແລະເດັກອາການທີ່ມີຄວາມສ່ຽງຕໍ່ການແທ້ງລູກ ສຶກສາໄວ້ໄດ້ປະໂຫຍດ

ອາການທີ່ມີຄວາມສ່ຽງຕໍ່ການແທ້ງລູກ ສຶກສາໄວ້ໄດ້ປະໂຫຍດ

Published on

ການແທ້ງລູກກໍ່ເປັນອີກໜຶ່ງພາວະຄວາມສ່ຽງທີ່ແມ່ຖືພາຕ້ອງລະວັງເປັນພິເສດ ຄໍລຳ ແມ່ ແລະ ລູກ ວັນນີ້ເຮົາເລີຍ ມີອາການຂອງການແທ້ງລູກ ມານຳສະເໜີ ຫວັງວ່າມັນຈະເປັນປະໂຫຍດໃຫ້ແກ່ຜູ້ອ່ານ ເຮົາມາເບິ່ງກັນວ່າອາການທີ່ມີຄວາມສ່ຽງຕໍ່ການແທ້ງລູກນັ້ນຈະມີແນວໃດ ເຮົາມາເບິ່ງນຳກັນເລີຍ

  1. ມີເລືອດຊຶມອອກທີ່ຊ່ອງຄອດ (ເຊິ່ງໂດຍປົກກະຕິແລ້ວບໍ່ຄວນຈະອອກ)
  2. ອາດມີອາການປວດທ້ອງບີບໆ ບິດໆ ຄ້າຍກັບປວດປະຈຳເດືອນ ຮ່ວມກັບມີເລືອດອອກ ຫຼື ບໍ່ມີກໍ່ໄດ້ ຫຼື ມີຕົກຂ່າວສີນ້ຳຕານເນື່ອງຈາກການມີເລືອດປົນຢູ່

ເມື່ອໃດທີ່ຄວນໄປພົບແພດ? : ແມ່ຖືພາອ່ອນໆ ສ່ວນຫຼາຍຈະມີຄວາມຮູ້ສຶກປວດທ້ອງນ້ອຍ ເຊິ່ງຖືເປັນເລື່ອງປົກກະຕິ (ເກີດຈາກເລືອດທີ່ມາລ້ຽງບໍລິເວນອຸ້ມເຊິງກາມມີຫຼາຍ) ແຕ່ທີ່ສຳຄັນແມ່ນຕ້ອງບໍ່ມີເລືອດອອກທີ່ບໍລິເວນຊ່ອງຄອດຕະຫຼອດໄລຍະການຖືພາ ດັ່ງນັ້ນຫາກແມ່ຖືພາທ່ານໃດມີອາການປວດທ້ອງ ຫຼື ປວດທ້ອງນ້ອຍຜິດປົກກະຕິ ເຊິ່ງປວດໃນລັກສະນະ ບີບໆ ບິດໆ ເປັນໄລຍະ ແລະ ມີເລືອດອອກທີ່ຊ່ອງຄອດ ກໍ່ຄວນຟ້າວໄປພົບແພດທັນທີ

ແມ່ຖືພາຈະຮູ້ໄດ້ແນວໃດວ່າເປັນການແທ້ງລູກແນ່ນອນ? : ແມ່ຖືພາຈະບໍ່ສາມາດຮູ້ໄດ້ວ່າຈະເປັນກໍລະນີທີ່ແທ້ງລູກແນ່ນອນ ຫຼື ຈະສາມາດຖືພາຕໍ່ໄປໄດ້ຕາມປົກກະຕິ ເພາະໂດຍທົ່ວໄປແລ້ວການຖືພາທີ່ສາມາດດຳເນີນຕໍ່ໄປໄດ້ຈະມີ ລັກສະນະຂອງເລືອດທີ່ອອກຈະເປັນແບບເລັກໆນ້ອຍໆ ແລ້ວຢຸດໄປເອງ ແຕ່ກໍລະນີທີ່ມີເລືອດອອກຫຼາຍ ແລະ ມີເສດຊີ້ນຫຼຸດອອກມານຳແລ້ວ ກໍ່ມັກຈະລົງເອີຍດ້ວຍການແທ້ງລູກແທ້ໆ ດັ່ງນັ້ນຫາກມີເລືອດອອກກໍ່ຄວນໄປພົບແພດທັນທີ ເພື່ອຈະໄດ້ວາງແຜນການຮັກສາຮ່ວມກັບແພດຕໍ່ໄປ

 

 

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...