spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອາການທັງ 6 ຂອງພະຍາດທີ່ບໍ່ຄວນເບິ່ງຂ້າມ

ອາການທັງ 6 ຂອງພະຍາດທີ່ບໍ່ຄວນເບິ່ງຂ້າມ

Published on

 

  1. ນໍ້າໜັກຫຼຸດໂດຍທີ່ບໍ່ໄດ້ຫຼຸດນໍ້າໜັກ: ຄວນໄປພົບແພດໝໍ ເພາະນໍ້າໜັກຫຼຸດຄືສັນຍານທີ່ບົງບອກວ່າບາງສິ່ງໃນຮ່າງກາຍຜິດປົກກະຕິເຊັນ: ຮອກໂມນບໍ່ສົມດຸນ, ເບົາຫວານ, ໄອເປີໄທລອຍ ແລະພະຍາດອື່ນໆ.
  2. ອຸນຫະພູມຮ່າງກາຍສູງ: ໂດຍປົກກະຕິແລ້ວຈະເປັນສັນຍານທີ່ບົ່ງບອກວ່າ ຮ່າງກາຍຕໍ່ສູ້ກັບການຕິດເຊື້ອ ຫຼືມີຂະບວນການອັກເສບເກີດຂຶ້ນໃນຮ່າງກາຍ ຄວນໄປພົບແພດໝໍ ຫາກບໍ່ສາມາດເຮັດໃຫ້ອຸນຫະພູມຫຼຸດລົງດ້ວຍຕົນເອງໄດ້ພາຍໃນ 3 ມື້ ແລະຫາກມີອຸນຫະພູມສູງກວ່າ 38 ອົງສາ ພ້ອມດ້ວຍອາການມີຕຸ່ມເປັນຜື່ນ, ເຈັບຫົວ ແລະເຈັບຄໍ.
  3. ຫາຍໃຈຖີ່: ຫາກມີອາການຫາຍໃຈຖີ່ໃນຂະນະທີ່ພັກຜ່ອນຢູ່ ໂດຍທີ່ບໍໄດ້ເຮັດວຽກໜັກ ຫຼືໄປອອກກໍາລັງກາຍມາ ໃຫ້ຮີບໄປພົບແພດໝໍ.
  4. ເຈັບກ້າມຊີ້ນ: ຫາກມີອາການເຈັບກ້າຊີ້ນໃນຂະນະທີ່ເຮົາບໍ່ໄດ້ໃຊ້ງານຮ່າງກາຍ ຄວນໄປພົບແພດໝໍ ການເຈັບກ້າມຊີ້ນຢ່າງອະທິບາຍບໍ່ໄດ້ ສາມາດເປັນສາເຫດຂອງການອັກເສບພາຍໃນ.
  5. ອາການເຈັບທ້ອງເປັນເວລາດົນ: ອາການເຈັບທ້ອງອາດເກີດຈາກັດໃຈຕ່າງໆ ປັນຫາກ່ຽວກັບລະບົບຍ່ອຍອາຫານ, ແຜໃນກະເພາະອາຫານ, ທຽວທ້ອງຢ່າງຮຸນແຮງ, ຕິດເຊື້ອ ແລະປັນຫາສຸຂະພາບອື່ນໆ ຫາກອາການເຈັບທ້ອງຍັງຄົງຢູ່ ແລະບໍ່ຢຸດຫຼາຍກວ່າ 3 ມື້ ຫຼືອາການປັ່ນທ້ອງ, ປວດຮາກ ຕ້ອງໄປພົບແພດໝໍທັນທີ.
  6. ອາຈົມເປັນສີເຂັ້ມ: ປັດສະວະມີສີເຂັ້ມ ຫາກບໍລິໂພກໝາກໄມີສີແດງ, ສີຂຽວ ລວມເຖິງບໍລິໂພກຜັກ ອາດເຮັດໃຫ້ອາຈົມມີສີເຂັ້ມ ແຕ່ໃນກໍລະນີບໍ່ໄດ້ບໍລິໂພກອາຫານເຫຼົ່ານີ້ ແລ້ວອາຈົມມີສີທີ່ປ່ຽນໄປ ໂດຍເປັນສີແດງ ຫຼືເຂັ້ມ ຄວນໄປພົບແພດໝໍ ເພາະອາດກໍາລັງປະເຊີນກັບບາດແຜໃນກະເພາະອາຫານ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...