spot_img
Homeນານາສາລະອາກາດຮ້ອນຈັດ ກິ່ນບໍ່ພຶງປະສົງທີ່ຕາມມາສາມາດຮັກສາໄດ້

ອາກາດຮ້ອນຈັດ ກິ່ນບໍ່ພຶງປະສົງທີ່ຕາມມາສາມາດຮັກສາໄດ້

Published on

ສະໝໍລະພູມເຕົາອົບທີ່ແທ້ຈິງຄົງຕ້ອງຍົກໃຫ້ອາກາດໃນຕອນນີ້ຂອງປະເທດເຮົາຢ່າງບໍ່ຕ້ອງສົງໄສເພາະທັງແດດແຮງ, ອາກາດກໍຮ້ອນຈັດ ແຖມຍັງມີຄວາມອົບເອົ້າເຮັດໃຫ້ເຫື່ອບໍ່ສາມາດລະເຫີຍອອກມາຈາກຮ່າງກາຍໄດ້ອີກ. ອີກຢ່າງໜຶ່ງຄືກິ່ນທີ່ບໍ່ພຶງປະສົງອັນເນື່ອງມາຈາກເຫື່ອທີ່ອອກມາ ເກີດຄວາມອັບໃນຈຸດຕ່າງໆຂອງຮ່າງກາຍ ເປັນເຫດໃຫ້ເຊື້ອແບັກທີເຣຍຈະເລີນເຕີບໂຕໄດ້ດີ ແລະ ໄວວາ.

ກິ່ນຕົວເກີດຂຶ້ນໄດ້ຈາກຫຼາຍສາເຫດ ແຕ່ສ່ວນໃຫຍ່ມັກເກີດຈາກກິ່ນຂອງເຫື່ອທີ່ສະສົມ ແລະ ລວມຕົວກັນກັບເຊື້ອແບັກທີເຣຍກ້ອງວົງແຂນທີ່ອຸ່ນ ແລະ ຊຸ່ມ ເຮັດໃຫ້ກາຍເປັນກິ່ນເໝັນສົ້ມ ໃນຊ່ວງໜ້າຮ້ອນໂອກາດທີ່ເຫື່ອອອກຈະຫຍິ່ງຫຼາຍກວ່າຊ່ວງອື່ນໆ. ສະນັ້ນ, ຄວນດູແລຕົວເອງດ້ວຍວິທີດັ່ງຕໍ່ໄປນີ້ເພື່ອຫຼຸດ ຫຼື ປ້ອງກັນການເກີດກິ່ນຕົວທີ່ບໍ່ຕ້ອງການ.

ສາມາດຮັກສາໄດ້ດັ່ງນີ້:

  1. ອາບນໍ້າຊໍາລະຮ່າງກາຍໃຫ້ສະອາດຢ່າງໜ້ອຍມື້ລະ 2 ຄັ້ງ ຫຼື ຫຼາຍກວ່ານັ້ນ, ຫາກຮູ້ສຶກວ່າຮ່າງກາຍມີເຫື່ອໄຫລ, ຮ້ອນອົບເອົ້າ ໃຫ້ໃຊ້ສະບູທໍາຄວາມສະອາດຢ່າງຈິງຈັງເນັ້ນບໍລິເວນກ້ອງແຂນ, ຫົວນົມ ແລະ ອະໄວຍະວະສືບພັນ.
  2. ປ່ຽນເຄື່ອງນຸ່ງທຸກມື້ ບໍ່ຄວນສວມໃສ່ເສື້ອຜ້າໂຕເກົ່າຊໍ້າອີກໂດຍທີ່ຍັງບໍ່ທັນຊັກ, ໃສ່ເສື້ອຜ້າທີ່ຫລົມໆ ເພື່ອໃຫ້ອາກາດຖ່າຍເທໄດ້ສະດວກເນັ້ນເສັ້ນໃຍຈາກທໍາມະຊາດເຊັ່ນ: ຜ້າຢ້າຍ, ຜ້າລີນິນ ຈະຊ່ວຍລະບາຍອາກາດໄດ້ດີກວ່າຈໍາພວກໃຍສັງເຄາະ.
  3. ກໍາຈັດຂົນໃຕ້ວົງແຂນ ເພາະຂົນເຫຼົ່ານີ້ຈະຊ່ວຍກັກເກັບຄວາມຊຸ່ມຂອງເຫື່ອ ແລະ ສິ່ງສົກກະປົກຕ່າງໆ ເຮັດໃຫ້ຈໍານວນແບັກທີເຣຍບໍລິເວນດັ່ງກ່າວເພີ່ມຂຶ້ນສົ່ງຜົນໃຫ້ເກີດມີກິ່ນຕົວຢ່າງຮຸນແຮງ.
  4. ປ່ຽນຜ້າປູບ່ອນນອນ ແລະ ຊັກບ່ອນນອນອາທິດລະຄັ້ງ ເພື່ອກໍາຈັດກິ່ນເຫື່ອທີ່ຕິດຢູ່.
  5. ຫຼີກລ້ຽງອາຫາານ ແລະ ໝາກໄມ້ບາງຊະນິດທີ່ມີກິ່ນແຮງເຊັ່ນ: ຖົ່ວລຽນ, ກະທຽມ, ໝາກກະຖິນ, ໝາກເຜັດປົົ່ນ, ເນຍ, ຕັບ, ຖົ່ວ ອັນເປັນແຫຼ່ງຂອງສານ Trimethylamine ໂດຍຈະຖືກຊັບອອກມາພ້ອມກັບເຫື່ອບໍລິເວນຕ່ອມ Apocrine ສົ່ງຜົນໃຫ້ກີິ່ນຕົວແຮງຂຶ້ນກວ່າເກົ່າ.

ນອກຈາກນີ້, ການຮັບປະທານເນື້ອສັດ, ໄຂ່, ຫົວຫອມ, ເຕົ້າຈ້ຽວ, ຜັກຊີ, ແກງກະຫຼີ່, ແຮມ, ປາທູ ແລະ ອື່ນໆ ລວມໄປເຖິງອາຫານທີ່ມີລົດຈັດກໍລ້ວນແຕ່ເປັນຕົວບົ່ງການໃຫ້ເກີດກິ່ນອັນບໍ່ພຶ່ງປະສົງໄດ້.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...