spot_img
Homeຂ່າວຕ່າງປະເທດອາກາດທີ່ຮ້ອນເຮັດໃຫ້ເກີດປະກັນໄພຄຸ້ມຄອງການເປັນລົມແດດ

ອາກາດທີ່ຮ້ອນເຮັດໃຫ້ເກີດປະກັນໄພຄຸ້ມຄອງການເປັນລົມແດດ

Published on

ບໍ່ມີແຕ່ບັນດາປະເທດຕາເວັນຕົກ ທີ່ປະຊາຊົນຕ້ອງປະເຊີນກັບຄວາມທຸກທໍລະມານຈາກລະດູຮ້ອນທີ່ຮ້ອນແຮງສຸດ ໃນນັ້ນຍີ່ປຸ່ນກໍມີສະພາບອາກາດທີ່ຮ້ອນຮຸນແຮງ ຈົນຕ້ອງມີຄົນໄດ້ເຂົ້າໂຮງໝໍ ເນື່ອງຈາກບັນຫາທີ່ກ່ຽວຂ້ອງກັບກັບຄວາມຮ້ອນ.

ບໍລິສັດປະກັນໄພຂອງຍີ່ປຸ່ນ ກຳລັງໃຊ້ປະໂຍດຈາກສະຖານະການນີ້ ໂດຍເຮັດປະກັນໄພຄຸ້ມຄອງ ສະລັບຄົນທີ່ກັງວົນເລື່ອງຈະເປັນລົມແດດ.

ໂດຍມີ ບໍລິສັດ Sompo Holdings ແລະ Sumitomo Life Insurance ທີ່ສະເໜີນະໂຍບາຍນີ້ອອກມາເພື່ອຄຸ້ມຄອງຄ່າຮັກສາໃນໂຮງໝໍ ທີ່ອາດຈະເກີດຂຶ້ນຈາກການເປັນລົມແດດ.

ເຊິ່ງຈະເລີ່ມແຜນປະກັນໄພນີ້ ໃນເດືອນເມສາ ອາດມີລາຄາພຽງແຕ່ 100 ເຢັນ (ປະມານ 11.000 ກີບ) ໂດຍຄຸ້ມຄອງທີ່ຊື້ໄດ້ມື້ຕໍ່ມື້.

ເຊິ່ງບໍລິສັດເຫັນຍອດຂາຍເພີ່ມຂຶ້ນ 1.600% ໃນຊ່ວງທ້າຍເດືອນມິຖຸນາ ເນື່ອງຈາກຍີ່ປຸ່ນມີຄື້ນຄວາມຮ້ອນທີ່ສູງສຸດ ແລະ ດົນນານສຸດ ຕັ້ງແຕ່ປີ 1875, ເຊິ່ງເຮັດໃຫ້ມີຄົນຫຼາຍກວ່າ 14.000 ຄົນ ທີ່ໄດ້ເຂົ້າຮັບການຮັກສາຢູ່ໂຮງໝໍ ຍ້ອນອາກາດທີ່ຮ້ອນຫຼາຍ.

ເນື່ອງຈາກສະພາບອາກາດທີ່ຮ້ອນຢ່າງຕໍ່ເນື່ອງ ຈຶ່ງກົດດັນໃຫ້ຍີ່ປຸ່ນນຳເຂົ້າພະລັງງານໄຟຟ້າ 90% ຂອງຄວາມຕ້ອງການໃຊ້  ແລະ ຍ້ອນຄ່າໄຟຟ້າທີ່ເພີ່ມຂຶ້ນ ຈຶ່ງເຮັດໃຫ້ລັດຖະບານບີ່ປຸ່ນປະກາດໃຫ້ປະຢັດພະລັງງານ ເພື່ອຫຼີກລ້ຽງໄຟຟ້າບໍ່ພໍໃຊ້.

ແຫຼ່ງຂ່າວຈາກ Fortune

ບົດຄວາມຫຼ້າສຸດ

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...