spot_img
Homeຂ່າວຕ່າງປະເທດ“ອັບດາລາ” ວັກຊີນຈາກປະເທດກູບາ ໄດ້ເລີ່ມສົ່ງອອກໄປຍັງປະເທດຫວຽດນາມແລ້ວ

“ອັບດາລາ” ວັກຊີນຈາກປະເທດກູບາ ໄດ້ເລີ່ມສົ່ງອອກໄປຍັງປະເທດຫວຽດນາມແລ້ວ

Published on

ໃນວັນທີ 25 ກັນຍາ 2021 ທີ່ຜ່ານມາ ບໍລິສັດ ໄບໂອກູບາ ຟາມາຊີ ທີ່ເປັນບໍລິສັດກ່ຽວກັບການຢາຂອງລັດຖະບານກູບາ ໄດ້ອອກບົດຖະແຫຼງຜ່ານທາງສື່ອອນລາຍທະວິດເຕີວ່າ ທາງບໍລິສັດສາມາດສົ່ງອອກວັກຊີນ ອັບດາລາ ສໍາລັບປ້ອງກັນພະຍາດໂຄວິດ-19 ໄດ້ເປັນຮອບທໍາອິດ ໂດຍໄດ້ເຮັດສັນຍາຊື້ຂາຍກັບປະເທດຫວຽດນາມຈໍານວນ 5 ລ້ານໂດສ ແລະ ໄດ້ຈັດສົ່ງວັກຊີນອັບດາລາ ເຊິ່ງເປັນວັກຊີນທີ່ຕ້ອງສັກ 3 ເຂັມຮອບທໍາອິດໃຫ້ກັບຫວຽດນາມເປັນທີ່ຮຽບຮ້ອຍແລ້ວ.

ທັງນີ້, ວັກຊີນອັບດາລາເປັນໜຶ່ງໃນ 3 ວັກຊີນປ້ອງກັນໂຄວິດ-19 ທີ່ປະເທດກູບາໄດ້ພັດທະນາ ແລະ ຜະລິດຂຶ້ນເພື່ອສັກໃຫ້ກັບປະຊາຊົນໃນປະເທດ ສ່ວນອີກ 2 ວັກຊີນທີ່ເຫຼືອກໍແມ່ນ: ວັກຊີນ ໂຊເບີຣານາ 2 ແລະ ໂຊເບີຣານາ ພລັສ ເຊິ່ງໃນເວລານີ້ ວັກຊີນທີ່ສາມາດຜະລິດໄດ້ສາມາດສັກໃຫ້ກັບປະຊາຊົນໄດ້ແລ້ວເປັນຈໍານວນກວມເອົາ 90% ຂອງປະຊາກອນ ແລະ ເຮັດໃຫ້ສາມາດສົ່ງອອກວັກຊີນໃຫ້ກັບປະເທດອື່ນໄດ້.

ແລະ ທາງດ້ານບໍລິສັດໄບໂອກູບາຟາມາ ໄດ້ອອກມາອ້າງອີງວ່າວັກຊີນທັງ 3 ຍີ່ຫໍ້ທີ່ຕົນເອງຜະລິດນັ້ນແມ່ນສາມາດປ້ອງກັນບໍ່ໃຫ້ຜູ້ຕິດເຊື້ອມີອາການຮຸນແຮງ ຫຼື ເສຍຊີວິດໄດ້ສູງກວ່າ 90% ແລະ ໄດ້ຈັດສົ່ງຂໍ້ມູນເພື່ອຂໍອະນຸມັດໃຊ້ງານເປັນກໍລະນີສຸກເສີນກັບອົງການອະນາໄມໂລກແລ້ວ. ຮອງປະທານບໍລິສັດໄບໂອກູບາຟາມາ ໄດ້ບອກວ່າ ຫຼັງຈາກທີ່ສາມາດຜະລິດວັກຊີນໄດ້ຄົບຕາມຄວາມຕ້ອງການຂອງປະເທດແລ້ວ ກໍຈະຜະລິດເພື່ອສົ່ງອອກຢ່າງເປັນທາງການຕໍ່ໄປ.

ແຫຼ່ງຂ່າວ: Matichon

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...