spot_img
Homeຂ່າວທ້ອງຖິ່ນອັດຕະປືແຈ້ງ ບໍ່ໄດ້ຂາຍໄມ້ອອກຕ່າງປະເທດ ພຽງເຄື່ອນໄມ້ຕົກຄ້າງທີ່ຂຶ້ນບັນຊີແລ້ວ

ອັດຕະປືແຈ້ງ ບໍ່ໄດ້ຂາຍໄມ້ອອກຕ່າງປະເທດ ພຽງເຄື່ອນໄມ້ຕົກຄ້າງທີ່ຂຶ້ນບັນຊີແລ້ວ

Published on

ມື້ວານນີ້ (ວັນທີ 2 ພະຈິກ 2016) ມີການລາຍງານຂ່າວ ຜ່ານສື່ອອນລາຍວ່າ ຢູ່ແຂວງອັດຕະປືມີການຂົນໄມ້ອອກຕ່າງປະເທດ ເຮັດໃຫ້ມີຜູ້ອ່ານວິພາກວິຈານຫຼາຍພໍສົມຄວນ. ຕໍ່ຂ່າວດັ່ງກ່າວນັ້ນ, ພາກສ່ວນທີ່ກ່ຽວຂ້ອງຂອງແຂວງອັດຕະປື ຈຶ່ງໄດ້ຊີ້ແຈງຜ່ານສຳນັກຂ່າວລາວໂພສຕ໌ ພ້ອມທັງເອກະສານຢືນຢັນຢ່າງເປັນທາງການ ຊີ້ແຈງວ່າ: ແຂວງອັດຕະປືບໍ່ໄດ້ຂາຍໄມ້ທ່ອນອອກຕ່າງປະເທດ ພຽງເຄື່ອນຍ້າຍໄມ້ເກົ່າທີ່ຕົກຄ້າງຢູ່ພາຍໃນແຂວງ ທີ່ໄດ້ຂຶ້ນບັນຊີໄວ້ແລ້ວນັ້ນຊື່ໆ ດັ່ງຄຳຊີ້ແຈງມີດັ່ງນີ້:

ອີງຕາມຫາງສຽງວິພາກວິຈານໄປຕ່າງໆນານາ ຈາກຂ່າວສັງຄົມອອນລາຍ ທີ່ວ່າແຂວງອັດຕະປືມີການລັກລອບສົ່ງໄມ້ທ່ອນອອກໄປຕ່າງປະເທດ ໃນວັນທີ 2/11/2016 ແມ່ນບໍ່ເປັນຄວາມຈິງ.
ຕໍ່ບັນຫາດັ່ງກ່າວ ແຂວງອັດຕະປືຂໍຊີ້ແຈງຕໍ່ສັງຄົມວ່າ ໄມ້ດັ່ງກ່າວ ເປັນໄມ້ທ້ອນໂຮມ ຕົກຄ້າງຈາກເຂື່ອນນໍ້າກົງ ມີຈຳນວນຫລາຍສົມຄວນ ໄດ້ມີການຂື້ນບັນຊີໄມ້ລະອຽດ ແລະ ຜ່ານການກວດກາຈາກຄະນະສະເພາະກິດຂອງແຂວງ ແລະ ສູນກາງ ພ້ອມທັງມີການເສຍພັນທະເຂົ້າງົບປະມານຄົບຖ້ວນ ແລະ ຂໍອະນຸຍາດເຄື່ອນຍ້າຍໄມ້ ຖືກຕ້ອງຕາມລະບຽບກົດຫມາຍ ເພື່ອປ້ອນເຂົ້າໂຮງງານພາຍໃນແຂວງ ແລະ ຕ່າງແຂວງ ປຸງແຕ່ງເປັນໄມ້ແປຮູບ ຕາມຄວາມຕ້ອງການຂອງຕະຫລາດ ບໍ່ແມ່ນສົ່ງໄມ້ທ່ອນອອກໄປຕາງປະເທດຕາມການວິພາກວິຈານ ແລະ ຍັງຈະສືບຕໍ່ເຄື່ອນຍ້າຍໄປແຕ່ລະໂຮງງານ ທັງພາຍໃນແຂວງແລະຕ່າງແຂວງຕື່ມອີກ ຈົນກວ່າຈະຫມົດໄມ້ທີ່ໄດ້ຂື້ນບັນຊີໄວ້.
       ດັ່ງນັ້ນ ຈື່ງຂໍສ້າງຄວາມເຂົ້າໃຈຕໍ່ສັງຄົມ ແລະ ສະແດງຄວາມຂອບໃຈ ຕໍ່ການກວດສອບຂອງພົນລະເມືອງດີ ທີ່ຊ່ວຍກັນເປັນຫູເປັນຕາ ແລະ ຫວັງວ່າຄຳຊີ້ແຈງນີ້ຈະຊ່ວຍສ້າງຄວາມເຂົ້າໃຈແກ່ສັງຄົມ ໃນການຮັບຮູ້ຂໍ້ມູນຂ່າວສານທີ່ຖືກຕ້ອງ ເປັນຄວາມຈິງ ເພື່ອບໍ່ໃຫ້ແຂວງອັດຕະປື ຕົກເປັນຈຳເລີຍຂອງສັງຄົມ. ຂໍຂອບໃຈ

14633089_877690838999059_5469754772204587736_n
ນີ້ຄືເອກກະສານຢັ້ງຢືນສ່ວນນື່ງ ໃນການເຄື່ອນຍ້າຍໄມ້ ເປັນໄມ້ເກົ່າທີ່ຕົກຄ້າງຈາກເຄື່ອນນຳ້ກົງ ຜ່ານການຂື້ນບັນຊີ ແລະ ກວດກາຈາກຄະນະກຳມະການຂັ້ນແຂວງແລະສູນກາງ ມີການເສຍພັນທະອາກອນຖືກຕ້ອງ ຈື່ງອະນຸຍາດຍ້າຍເຂົ້າໂຮງງານ ມີທັງໂຮງງານພາຍໃນແຂວງ ແລະຕ່າງແຂວງ ເພື່ອແປຮູບ ຕາມຄວາມຕອ້ງການຂອງຕະຫລາດ ບໍ້ແມ່ນສົ່ງອອກຕ່າງປະເທດຕາມການວິຈານ
14906820_877690815665728_5876503150725817552_n-1
ນີ້ຄືເອກກະສານຢັ້ງຢືນສ່ວນນື່ງ ໃນການເຄື່ອນຍ້າຍໄມ້ ເປັນໄມ້ເກົ່າທີ່ຕົກຄ້າງຈາກເຄື່ອນນຳ້ກົງ ຜ່ານການຂື້ນບັນຊີ ແລະ ກວດກາຈາກຄະນະກຳມະການຂັ້ນແຂວງແລະສູນກາງ ມີການເສຍພັນທະອາກອນຖືກຕ້ອງ ຈື່ງອະນຸຍາດຍ້າຍເຂົ້າໂຮງງານ ມີທັງໂຮງງານພາຍໃນແຂວງ ແລະຕ່າງແຂວງ ເພື່ອແປຮູບ ຕາມຄວາມຕອ້ງການຂອງຕະຫລາດ ບໍ້ແມ່ນສົ່ງອອກຕ່າງປະເທດຕາມການວິຈານ
14900356_877690805665729_1926968415719557429_n
ນີ້ຄືເອກກະສານຢັ້ງຢືນສ່ວນນື່ງ ໃນການເຄື່ອນຍ້າຍໄມ້ ເປັນໄມ້ເກົ່າທີ່ຕົກຄ້າງຈາກເຄື່ອນນຳ້ກົງ ຜ່ານການຂື້ນບັນຊີ ແລະ ກວດກາຈາກຄະນະກຳມະການຂັ້ນແຂວງແລະສູນກາງ ມີການເສຍພັນທະອາກອນຖືກຕ້ອງ ຈື່ງອະນຸຍາດຍ້າຍເຂົ້າໂຮງງານ ມີທັງໂຮງງານພາຍໃນແຂວງ ແລະຕ່າງແຂວງ ເພື່ອແປຮູບ ຕາມຄວາມຕອ້ງການຂອງຕະຫລາດ ບໍ້ແມ່ນສົ່ງອອກຕ່າງປະເທດຕາມການວິຈານ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...