spot_img
Homeຂ່າວຕ່າງປະເທດອັງກິດ ຮຽກຮ້ອງຖອດສິດ ຣັດເຊຍ ເຈົ້າພາບບານໂລກ 2018 ກົດດັນປູຕິນ

ອັງກິດ ຮຽກຮ້ອງຖອດສິດ ຣັດເຊຍ ເຈົ້າພາບບານໂລກ 2018 ກົດດັນປູຕິນ

Published on

EyWwB5WU57MYnKOuFZmitbMkQ7JqezEl6aOz27glCUmuQN9nMUTOcO

 

ຮອງນາຍົກລັດຖະມົນຕີອັງກິດ ຮຽກຮ້ອງໃຫ້ສະຫະພາບເອີລົບ ແລະ ປະຊາຄົມໂລກ ກົດດັນປະທານາທິບໍດີ

ປູຕິນ ໃຫ້ຢຸຕິແຊກແຊງສະຖານະການໃນອູແກຣນ ຫຼັງເກີດໂສກນາຕະກຳ MH17 ໂດຍອ້າງວ່າ ຣັດເຊຍຄວນ

ຖືກຖອດອອກຈາກການຈັດເປັນເຈົ້າພາບບານໂລກ ໃນປີ 2018.

 

ທ່ານ ນິກ ເຄລັກ ຮອງນາຍົກລັດຖະມົນຕີອັງກິດ ໃຫ້ສຳພາດສື່ເມື່ອວັນທີ 27 ກໍລະກົດຜ່ານມາ ໂດຍຮຽກຮ້ອງ

ໃຫ້ສະມາຊິກສະຫະພາບເອີລົບ ລວມເຖິງປະຊາຄົມໂລກ ເພີ່ມມາດຕະການກົດດັນໃຫ້ ວາລາດີເມຍ ປູຕິນ ປະ

ທານາທິບໍດີຂອງຣັດເຊຍ ຢຸຕິການແຊກແຊງສະຖານະການທາງການເມືອງໃນອູແກຣນ ຫຼັງເກີດເຫດຖ້ຽວບິນ

MH17 ຂອງສາຍການບິນມາເລເຊຍ ແອຣ໌ລາຍ ຖືກຍິງຕົກໃນດິນແດນທາງພາກຕາເວັນອອກຂອງອູແກຣນ

ເຊິ່ງຖືກກຸ່ມແບ່ງແຍກດິນແດນຝັກໄຝ່ຣັດເຊຍຍຶດຄອງ ໂດຍທ່ານ ເຄລັກ ລະບຸວ່າ ຣັດເຊຍຄວນຖືກຖອດ

ຖອນສິດໃນການເປັນເຈົ້າພາບຈັດການແຂ່ງຂັນເຕະບານໂລກ ໃນປີ 2018, ແຕ່ວ່າ ທ່ານ ທີໂອ ສະວານຊິກເກີ້

ຄະນະກຳມະການຟີຟ້າ ຄັດຄ້ານຂໍ້ສະເໜີນີ້ ໂດຍລະບຸວ່າ ການຂ້ວາມບາດທາງກິລາ ບໍ່ເຄີຍປະສົບຜົນສຳເລັດ

ມາກ່ອນ.

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...