spot_img
Homeຂ່າວຕ່າງປະເທດອັງກິດພົບ"ໂຄວິດກາຍພັນ" ແຜ່ລະບາດໄດ້ໄວຂຶ້ນ 70%

ອັງກິດພົບ”ໂຄວິດກາຍພັນ” ແຜ່ລະບາດໄດ້ໄວຂຶ້ນ 70%

Published on

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ພາຍໃນເວລາພຽງບໍ່ພໍເທົ່າໃດຊົ່ວໂມງ ຫຼັງຈາກທ່ານນາຍົກລັດຖະມົນຕີບໍຣິສ ຈອນສັນ ຍົກລະດັບທັງ 32 ເຂດໃນນະຄອນຫຼວງລອນດອນ ລວມເຖິງຊິຕີ ອອັບ ລອນດອນ ໃຫ້ເປັນພື້ນທີ່ເຝົ້າລະວັງດ້ານສາທາລະນະສຸກຂັ້ນ 4 ເປັນເວລາຢ່າງໜ້ອຍ 14 ວັນ ນັບຕັ້ງແຕ່ວັນອາທິດ ເນື່ອງຈາກພື້ນທີ່ດັ່ງກ່າວມີການແຜ່ລະບາດຂອງເຊື້ອໄວຣັສໂຄໂຣນ່າສາຍພັນໃໝ່ກາຍພັນ ທີ່ສາມາດຕິດຕໍ່ໄວຂຶ້ນອີກ 70%.

ລັດຖະບານເກືອບທຸກປະເທດໃນທະວີບເອີຣົບທັງເຢຍລະມັນ, ຝຣັ່ງ, ອິຕາລີ, ເບລຢຽມ, ໄອຣ໌ແລນ, ອົດສະຕຣາລີ, ເນເທີແລນ,​ ສະວີເດນ, ຟິນແລນ ແລະ ສະວິດເຊີແລນ ໄດ້ປະກາດມາດຕະການໂຈະການເດີນທາງທຸກຊ່ອງທາງຈາກອັງກິດ ເປັນເວລາ 14 ວັນ ສ່ວນມາດຕະການຂອງຝຣັ່ງແມ່ນມີຜົນບັງຄັບໃຊ້ຢ່າງໜ້ອຍໃນ 48 ຊົ່ວໂມງ ນັບຕັ້ງແຕ່ວັນອາທິດທີ່ຜ່ານ.

ໃນເວລາດຽວກັນ,​ ອົງການອານາໄມໂລກອອກຖະແຫຼງການວ່າ ອັດຕາການຕິດເຊື້ອ ແລະ ການແຜ່ລະບາດຂອງໂຣກໂຄວິດ-19 ໃນປັດຈຸບັນພື້ນທີ່ສ່ວນໃຫຍ່ຂອງທະວີບເອີຣົບ ແມ່ນມີການລະບາດຮຸນແຮງ ແລະ ເປັນວົງກວ້າງ ທຸກປະເທດຄວນຍົກລະດັບມາດຕະການຄວບຄຸມເພີ່ມຂຶ້ນເທົ່າຕົວ ແລະ ທາງ WHO ກຳລັງປະສານງານຢ່າງໃກ້ຊິດກັບລັດຖະບານອັງກິດ ເພື່ອຂໍຂໍ້ມູນເພີ່ມເຕີມກ່ຽວກັບ ການກາຍພັນຂອງໂຄວິດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...