spot_img
Homeຂ່າວຕ່າງປະເທດອັງກິດຕະລຶງ! ພົບໄຮ່ກັນຊາຂະໜາດໃຫຍ່

ອັງກິດຕະລຶງ! ພົບໄຮ່ກັນຊາຂະໜາດໃຫຍ່

Published on

ເມື່ອວັນທີ 24 ກຸມພາ 2017 ທີ່ຜ່ານມາ ເວັບໄຊ ເມໂທຣລາຍງານວ່າ ຕຳຫຼວດອັງກິດກວດພົບໄຮ່ກັນຊາທີ່ມີມູນຄ່າມະຫາສານໃນອຸໂມງລະເບີດນິວເຄຣຍ ແລະ ຈັບກຸມຜູ້ຕ້ອງສົງໃສແລ້ວ 6 ຄົນ ຕຳຫຼວດຄາດວ່າກັນຊາໃນອຸໂມງຫຼົບໄພແຫ່ງນີ້ຈະມີມູນຄ່າສູງເຖິງ 1 ລ້ານປອນ ເຊິ່ງເປັນໄຮ່ກັນຊາທີ່ໃຫຍ່ທີ່ສຸດທີ່ເຄີຍພົບໃນເມືອງ ວິລເຊຍ

ຕຳຫຼວດ ເມືອງ ວິລເຊຍ ໃນປະເທດອັງກິດນຳກຳລັງບຸກຍຶດໄຮ່ກັນຊາຂະໜາດໃຫຍ່ໃນອຸໂມງຫຼົບໄພໃຕ້ດິນ ເຊິ່ງອຸໂມງແຫ່ງນີ້ລັດຖະບານອັງກິດໄດ້ສ້າງຂຶ້ນໃນ ຄ.ສ 80 ເພື່ອປ້ອງກັນການນຳຂັ້ນສູງ ແລະ ບຸກຄົນສຳຄັນໃນກໍລະນີເກີດສົງຄາມນິວເຄຣຍຂຶ້ນ ປັດຈຸບັນອຸໂມງແຫ່ງນີ້ບໍ່ໄດ້ຢູ່ໃນການດູແລຂອງກະຊວງປ້ອງກັນຄວາມສະຫງົບແລ້ວ ແຕ່ກໍ່ຍັງມີສະພາບສົມບູນ ແລະ ບໍ່ໄດ້ເປັນສະຖານທີ່ຫວງຫ້າມ, ອຸໂໃງຫຼົບໄພແຫ່ງນີ້ມີ 2 ຊັ້ນ ມີທັງໝົດ 20 ຫ້ອງ

 

ແຫລ່ງຂ່າວຈາກ: ເວັບໄຊ ຂ່າວສົດ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...