spot_img
Homeຂ່າວຕ່າງປະເທດອັງກິດກຽມໃຫ້ປະຊາຊົນກັບມາໃສ່ໜ້າກາກອະນາໄມອີກຄັ້ງ

ອັງກິດກຽມໃຫ້ປະຊາຊົນກັບມາໃສ່ໜ້າກາກອະນາໄມອີກຄັ້ງ

Published on

ສໍານັກຂ່າວຕ່າງປະເທດ ໄດ້ລາຍງານວ່າ ນາຍົກລັດຖະມົນຕີຂອງອັງກິດ ທ່ານ ບໍຣິສ ຈອນສັນ ໄດ້ເປີດເຜີຍວ່າ: ນັກວິທະຍາສາດຂອງພວກເຮົາກໍາລັງຮຽນຮູ້ຫຼາຍຂຶ້ນທຸກຊົ່ວໂມງ ແລະ ເຫັນໄດ້ວ່າເຊື້ອໂຄວິດໂອໄມຄອນຈະສາມາດແຜ່ເຊື້ອໄດຢ່າງວ່ອງໄວ ແລະ ສາມາດແຜ່ກະຈາຍລະຫວ່າງຜູ້ທີ່ໄດ້ຮັບການສັກວັກຊີນສອງເຂັມ.

ນອກຈາກນັ້ນ, ທ່ານຍັງໄດ້ກ່າວຕື່ມອີກວ່າ: “ພວກເຮົາຈໍາເປັນຕ້ອງເຮັດໃຫ້ການແຜ່ກະຈາຍຂອງໂຄວິດສາຍພັນນີ້ຊ້າລົງ ໂດຍປະຕິບັດມາດຕະການທີ່ຂອບເຂດຊາຍເພື່ອເຮັດໃຫ້ມັນເຂົ້າປະເທດອັງກິດໄດ້ຊ້າລົງເທົ່ານັ້ນ ແຕ່ກໍບໍ່ໄດ້ໝາຍຄວາມວ່າພວກເຮົາຈະສາມາດຢຸດມັນໄດ້”

ທັງນີ້ປະເທດອັງກິດຈະກໍານົດໃຫ້ຜູ້ທີ່ເດີນທາງເຂົ້າອັງກິດທຸກຄົນຈະຕ້ອງໄດ້ແຍກໂຕອອກໄປຈົນກວ່າພວກເຂົາຈະສາມາດສະແດງຜົນກວດແບບPCR ທີ່ເປັນລົບ ແລະ ລັດຖະບານກໍກໍາລັງຟື້ນຟູຄໍາສັ່ງໃຫ້ໃສ່ໜ້າກາກອະນາໄມໃນຮ້ານຄ້າ ແລະ ລະບົບຂົນສົ່ງສາທາລະນະ. ປັດຈຸບັນຊາວອັງກິດ ແລະ ຊາວຕ່າງຊາດທຸກຄົນທີ່ເດີນທາງເຂົ້າມາອັງກິດຈະຕ້ອງມີການກວດຫາເຊື້ອດ້ວຍ PCR ໃນມື້ທີສອງຫຼັງຈາກເດີນທາງມາຮອດອັງກິດ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...