spot_img
Homeຂ່າວຕ່າງປະເທດອະລັງການ! ກອງເຮືອປະມົງຈີນກ່ວາ 1,000 ລຳ ມຸ່ງສູ່ທະເລຕາເວັນອອກ ເພື່ອຫາປາ!

ອະລັງການ! ກອງເຮືອປະມົງຈີນກ່ວາ 1,000 ລຳ ມຸ່ງສູ່ທະເລຕາເວັນອອກ ເພື່ອຫາປາ!

Published on

 

ໃນວັນທີ 17 ກັນຍາ 2014 ນີ້ ສຳນັກຂ່າວຕ່າງປະເທດ ເປີດເຜີຍພາບກອງເກືອປະມົງກ່ວາ 1,000 ລຳ ເຄື່ອນຂະບວນ

ຍາວ ມຸ່ງໜ້າອອກສູ່ນ່ານນ້ຳຕົງໄຫ່ ຫລື ທະເລຕາເວັນອອກ ໃນຕອນທ່ຽງຂອງວັນທີ 16 ກັນຍາ 2014 ເຊິ່ງເປັນເວລາ

ສິ້ນສຸດລະດູການຫ້າມຫາປາ ທີ່ເລີ່ມຕົ້ນມາແຕ່ວັນທີ 1 ພຶດສະພາ ເປັນຕົ້ນມາ ເປັນເວລາ 3 ເດືອນເຄິ່ງ.

 

ຂະບວນເຮືອປະມົງຈາກເມືອງຕ່າງໆ ໃນມົນທົນເຈີ້ຈຽງ, ຕັນຊັນ, ໜິງປົວ, ໄຖໂຈວ ແລະ ເມືອງອື່ນໆ ຕ່າງກໍພາກັນ

ເຄື່ອນຂະບວນອອກຈາກທ່າເຮືອປະມົງສື່ຜູ່ອີ໋ ເມືອງຊຽງຊານ ເມືອງໜິງປົວ ແຫ່ແຫນອອກສູ່ທ້ອງມະຫາສະໝຸດ

ອັນເປັນວິຖີຊີວິດທີ່ແສນຍິ່ງໃຫຍ່ອະລັງການ.

 

ທັງນີ້ ໃນແຕ່ລະປີ ຈີນໄດ້ກຳໜົດຊ່ວງເວລາຫ້າມຈັບສັດນ້ຳໃນທະເລ ເພື່ອປ້ອງກັນບໍ່ໃຫ້ໝູ່ສາຍພັນປາ, ປູ, ກຸ້ງ, ຫອຍ

ແລະ ອື່ນໆ ໄດ້ຂະຫຍາຍແຜ່ພັນຈະເລີນເຕີບໂຕ ເຊິ່ງນັບເປັນວິທີການອະນຸຮັກສັດທີ່ດີທີ່ສຸດ, ກົດຫ້າມເຮັດການປະມົງ

ຈັບສັດນ້ຳປະຈຳປີນີ້ ມີຜົນບັງຄັບໃຊ້ຄວບຄຸມເຂດທະເລເຫລືອງ, ທະເລປົ໋ວໄຫ່, ທະເລຕາເວັນອອກ ແລະ ທະເລຈີນໃຕ້.

 

557000011052202

557000011052203

557000011052206

 

 

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...