spot_img
Homeຂ່າວພາຍ​ໃນອະດີດປະທານປະເທດ ພ້ອມພັນລະຍາ ລົງຊີ້ນຳໂຮງໝໍ ແຂວງອັດຕະປື ໃຫ້ເອົາໃຈໃສ່ສົ່ງເສີມສຸຂະພາບຊຸມຊົນ

ອະດີດປະທານປະເທດ ພ້ອມພັນລະຍາ ລົງຊີ້ນຳໂຮງໝໍ ແຂວງອັດຕະປື ໃຫ້ເອົາໃຈໃສ່ສົ່ງເສີມສຸຂະພາບຊຸມຊົນ

Published on

ໃນລະຫວ່າງວັນທີ 18 ຕຸລາ ຜ່ານມາທ່ານ ຈູມມາລີ ໄຊຍະສອນ ອະດີດປະທານປະທດ ພ້ອມພັນລະຍາ ໄດ້ເຄື່ອນໄຫວຢ້ຽມຢາມໂອ້ລົມພະນັກງານແພດໝໍຢູ່ໂຮງໝໍແຂວງອັດຕະປືໃຫ້ກຽດຕ້ອນຮັບໂດຍແມ່ນ ທ່ານ ບຸນທະວີ ຈະເລີນຜົນ ອຳນວຍການໂຮງໝໍ ແຂວງ, ມີທ່ານ ນາມ ວິຍະເກດ ເຈົ້າແຂວງອັດຕະປື, ມີພະນັກງານການນຳ ຂອງແຂວງ ແລະພະນັກງານເເພດໝໍ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວຫຼັງຈາກທີ່ທ່ານໄດ້ຮັບຟັງການລາຍງານສະພາບການ ເຄື່ອນໄຫວໜ້າທີ່ວຽກງານໃນຕະຫຼອດ ໄລຍະທີ່ຜ່ານມາໂດຍຫຍໍ້ຈາກຄະນະອຳ ນວຍການໂຮງໝໍແຂວງແລ້ວ ທ່ານ ຈູມມາລີ ໄຊຍະສອນ ໄດ້ເປັນກຽດມີຄຳ ເຫັນ ໂດຍກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ທາງການນຳໂຮງໝໍແຂວງຍາດມາໄດ້ທັງຮຽກຮ້ອງໃຫ້ ພະນັກງານເເພດໝໍຕ້ອງໄດ້ເອົາໃຈໃສ່ ປະຕິບັດນະໂຍບາຍທາງດ້ານສາທາລະ ນະສຸກຕາມທິດຖືເອົາການກັນພະຍາດ ແລະສົ່ງເສີມສຸຂະພາບເປັນຕົ້ນຕໍ, ເອົາການປິ່ນປົວທີ່ມີຄຸນນະພາບ ແລະສະໜອງການບໍລິການດ້ານສາທາລະນະສຸກໃຫ້ ທົ່ວເຖິງເອົາໃຈໃສ່ດຳເນີນວຽກງານໂຄ ສະນາສຸຂະສຶກສາ ແລະການອະນາໄມກັນພະຍາດເຮັດໃຫ້ເດັກທີ່ເກີດໃໝ່ມີຄວາມ ແຂງແຮງ, ໄດ້ຮັບສານອາຫານພຽງພໍ, ເຝົ້າລະວັງ ແລະຄວບຄຸມພະຍາດຕິດຕໍ່ ໃຫ້ມີປະສິດທິພາບ, ສຶກສາອົບຮົມໃຫ້ ຄວາມຮູ້ກ່ຽວກັບໂພຊະນາການທີ່ເປັນປະໂຫຍດຕໍ່ຮ່າງກາຍ, ສົ່ງເສີມການອອກ ກຳລັງກາຍ ເພື່ອສຸຂະພາບປະຕິບັດການປິ່ນປົວທີ່ບໍ່ເສຍຄ່າຕໍ່ປະຊາຊົນເປົ້າໝາຍຜູ້ທຸກຍາກຂາດເຂີນ ແລະດ້ອຍໂອກາດ.

ທ່ານອະດີດປະທານປະເທດໄດ້ຊີ້ນຳ ໃຫ້ແຂວງເອົາໃຈໃສ່ຂະຫຍາຕາໜ່າງບໍ ລິການດ້ານສາທາລະນະສຸກໄປຍັງເຂດ ຊົນນະບົດ ໂດຍມີຈຸດສຸມກຸ່ມບ້ານ ຍົກລະດັບຄວາມທັນສະໄໝ ແລະຄຸນນະພາບ ດ້ານບໍລິການຂອງໂຮງໝໍ, ຍົກລະດັບຄວາມຮູ້, ຄວາມຊຳນານດ້ານວິຊາສະ ເພາະ ແລະດ້ານຄຸນສົມບັດຈັນຍາທຳກິລິຍາທ່າທີຂອງແພດ ແລະພະຍາບານ, ປັບປຸງນິຕິກຳລະບົບການຄຸ້ມຄອງອາ ຫານ ແລະຢາ, ສະຖານທີ່ບໍລິການສຸຂະພາບໃຫ້ຮັດກຸມ, ເຂັ້ມງວດ ເພື່ອຮັບໃຊ້ພໍ່ ແມ່ປະຊາຊົນໃຫ້ໄດ້ຮັບຄວາມປອດໄພສູງຂຶ້ນ ພ້ອມດຽວກັນນີ້ ທ່ານ ຈູມມາລີ ໄຊຍະສອນ ກໍ່ຍັງໄດ້ກວດກາສະຖານທີ່ວັດຖຸອຸປະກອນປິ່ນປົວຄົນເຈັບ ແລະລົງຢ້ຽມເບິ່ງຄົນເຈັບໃນໂຮງໝໍຕື່ມອີກ.

ຂ່າວຈາກ: 
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...