ອອກກໍາລັງກາຍ 40 ນາທີ ມີຜົນດີຕໍ່ສຸຂະພາບ ທົດແທນການນັ່ງເຮັດວຽກເກືອບໝົດມື້

0
3627

ເວັບໄຊ້ Scientistsalert ລາຍງານວ່າ: ຜົນການສຶກສາໃໝ່ລ່າສຸດ ຈາກທີມນັກວິທະຍາສາດການແພດ ແລະ ການກິລາຂອງຫຼາຍສະຖາບັນວິໄຈໃນອາເມລິກາ ແລະ ຢູໂຣບ ໃຫ້ຮູ້ວ່າ ການອອກກໍາລັງກາຍໂດຍໃຊ້ເວລາພຽງ 30-40 ນາທີ ຕໍ່ມື້ ຈະຊ່ວຍຊົດເຊີຍ ແລະ ແກ້ໄຂຜົນເສຍຕໍ່ສຸຂະພາບ ທີ່ເກີດຈາກການນັ່ງເຮັດວຽກເປັນເວລາດົນ ໂດຍສະເລ່ຍຮອດມື້ລະ 10 ຊົ່ວໄດ້.

ຄໍາແນະນໍາດັ່ງກ່າວ ມາຈາກການວິເຄາະຜົນການທົດລອງທີ່ໄດ້ຈາກການວິໄຈໃນອາດີດ 9 ຢ່າງ ເຊິ່ງການທົດລອງເຫຼົ່ານີ້ ມີອາສາສະໝັກເຂົ້າຮ່ວມເຖິງ 44,370 ຄົນ ຈາກ 4 ປະເທດ ໂດຍທັງໝົດໄດ້ສວມໃສ່ອຸປະກອນຕິດຕາມສະພາບຮ່າງກາຍໄວ້ກັບຕົວ ຂະນະທີ່ເຂົ້າຮັບການທົດລອງຕ່າງໆ.

ຜົນປາກົດວ່າ ອັດຕາຄວາມສ່ຽງທີ່ຈະເສຍຊີວິດ ເຊິ່ງເພີ່ມສູງຂຶ້ນຫາກເປັນຄົນທີ່ບໍ່ມັກເຄື່ອນໄຫວ ແຕ່ຈະບໍ່ປ່ຽນແປງໃນກໍລະນີຂອງຄົນທີ່ອອກກໍາລັງກາຍມື້ລະ 30-40 ນາທີ ເຖິງວ່າຜູ້ນັ້ນຈະໃຊ້ຊີວິດໂດຍການນັ່ງເຮັດວຽກເປັນເວລາດົນຕິດຕໍ່ກັນຫຼາຍຊົ່ວໂມງ. ນັກວິໄຈພົບວ່າ ອັດຕາຄວາມສ່ຽງທີ່ຈະເສຍຊີວິດຂອງກຸ່ມຄົນທີ່ນັ່ງດົນ ເຊິ່ງອອກກໍາລັງກາຍໃນຮູບແບບຂ້າງຕົ້ນ ຢູ່ໃນລະດັບທີ່ຕໍ່າ ເທົ່າກັບຂອງກກຸ່ມທີ່ໃຊ້ຊີວິດແບບເຄື່ອນໄຫວ ແລະ ອອກແຮງຢູ່ສະໝໍ່າສະເໝີ.

ສຈ ເອັມມານູເອລ ສຕາມາທາຄິສ ບັນດາທິການຜູ້ໜຶ່ງຂອງວາລະສານ BJSM ບອກວ່າ ການອອກກໍາລັງກາຍເພື່ອຫຼຸດຜົນເສຍຕໍ່ສຸຂະພາບຈາກການນັ່ງເປັນເວລາດົນ ສາມາດອອກກໍາລັງກາຍໄດ້ຫຼາຍຮູບແບບເຊັ່ນ ການຍ່າງໄວ, ຂີ່ລົດຖີບ, ການເຮັດສວນ ຈົນໄປຮອດການຍ່າງຂຶ້ນລົງຂັ້ນໄດໃຫ້ຫຼາຍຂຶ້ນໃນຊີວິດປະຈໍາວັນ.

ຄໍາແນະນໍາຈາກການວິໄຈນີ້ ສອດຄອງກັບແນວປະຕິບັດໃໝ່ຂອງອົງການອະນາໄມໂລກ (WHO) ເຊິ່ງແນະນໍາໃຫ້ຄົນທົ່ວໄປອອກກໍາລັງຫຼາຍຂຶ້ນ ໂດຍໃຊ້ແຮງໃນລະດັບປານກາງ 150-300 ນາທີຕໍ່ອາທິດ ຫຼື ອອກກໍາລັງກາຍຢ່າງໜັກໜ່ວງ 75-150 ນາທີຕໍ່ອາທິດ ເພື່ອຊົດເຊຍຈາກພຶດຕິກໍາທີ່ບໍ່ມັກເຄື່ອນໄຫວ ແລະ ຄວນອອກແຮງຢ່າງຄ່ອງແຄ້ວສໍາລັບຄົນຍຸກໃໝ່.