spot_img
Homeປ່ອງຢ້ຽມດວງດາວຫ້າມພາດ! ດາວອັງຄານຈະໂຄຈອນໃກ້ໂລກທີ່ສຸດໃນຮອບ 60,000ປີ

ຫ້າມພາດ! ດາວອັງຄານຈະໂຄຈອນໃກ້ໂລກທີ່ສຸດໃນຮອບ 60,000ປີ

Published on

ອົງການບໍລິຫານການບິນ ແລະ ອາວະກາດແຫ່ງຊາດ ຫຼື ນາຊ່າ ຂອງສະຫະລັດອາເມລິກາ ເປີດເຜີຍວ່າ ດາວອັງຄານ ຈະມີຂະໜາດໃຫຍ່ ແລະ ສະຫວ່າງກວ່າປົກກະຕິໃນວັນທີ 31 ກໍລະກົດ 2018ນີ້ ເນື່ອງຈາກມັນໂຄຈອນເຂົ້າໃກ້ໂລກຫຼາຍທີ່ສຸດ ຄິດເປັນໄລຍະຫ່າງ 57.6 ລ້ານກິໂລແມັດ ຖືເປັນໄລຍະຫ່າງລະຫວ່າງໂລກ-ດາວອັງຄານທີ່ສັ້ນທີ່ສຸດນັບຕັ້ງແຕ່ປີ 2003

ລາຍງານລະບຸວ່າ ດາວອັງຄານຈະໂຄຈອນໃຫ້ໂລກຈົນພຽງພໍຕໍ່ການເບິ່ງເຫັນດ້ວຍກ້ອງໂທລະທັດ ຫຼື ດ້ວຍຕາເປົ່າໃນທຸກ 15-17 ປີ ໂດຍຄັ້ງຫຼ້າສຸດເກີດຂຶ້ນເມື່ອ 15ປີກ່ອນ ໄລຍະຫ່າງລະຫວ່າງໂລກ-ດາວອັງຄານຢູ່ທີ່ພຽງ 55.7 ລ້ານກິໂລແມັດ ເຊິ່ງຖືເປັນໄລຍະຫ່າງທີ່ໃກ້ທີ່ສຸດໃນຮອບເກືອບ 60,000ປີ

ລາຍງານເສີມວ່າ ດາວອັງຄານຈະຄ່ອຍໆ ຈາງຫາຍໄປໃນຊ່ວງກາງເດືອນສິງຫາ 2018 ເນື່ອງຈາກມັນ ແລະ ໂລກຈະໂຄຈອນຫ່າງອອກຈາກກັນຕາມວົງໂຄຈອນຮອບດວງອາທິດ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...