spot_img
Homeຂ່າວພາຍ​ໃນນະຄອນຫຼວງສັ່ງຫ້າມບໍ່ໃຫ້ຂາຍເຄື່ອງດື່ມທີ່ມີທາດເຫຼົ້າກ່ອນເວລາ 4 ໂມງແລງ

ນະຄອນຫຼວງສັ່ງຫ້າມບໍ່ໃຫ້ຂາຍເຄື່ອງດື່ມທີ່ມີທາດເຫຼົ້າກ່ອນເວລາ 4 ໂມງແລງ

Published on

ເພື່ອສົ່ງເສີມສຸຂະພາບ, ກັນພະຍາດ, ປົກປ້ອງຊີວິດ ແລະ ຊັບສິນ ຂອງພົນລະເມືອງແນໃສ່ຫຼຸດຜ່ອນຜົນຮ້າຍທີ່ເກີດຂຶ້ນຈາກການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ,​ຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ ແລະ ຜົນຮ້າຍອື່ນໆ. ເຈົ້າຄອງນະຄອນຫຼວງວຽງຈັນໄດ້ອອກຂໍ້ຕົກລົງ, ສະບັບເລກທີ:​ 1323/ຈນວ,​ ລົງວັນທີ 21 ທັນວາ 2018 ວ່າດ້ວຍມາດຕາການຫຼຸດຜ່ອນອຸບັດຕິເຫດ ແລະ ການຮັກສາຄວາມປອດໄພຕາມຖະໜົນ ທົ່ວນະຄອນຫຼວງວຽງຈັນ

ໃນມາດຕາທີ 16 ມາດຕະການຕໍ່ຜູ້ຂາຍເຄື່ອງດື່ມທີ່ມີທາດເຫຼົ້າ ກ່ອນເວລາ 16:00 ໂມງແລງ

  1. ບໍ່ໃຫ້ຂາຍເຄື່ອງດື່ມທີ່ມີທາດເຫຼົ້າກ່ອນເວລາ 16:00 ໂມງແລງ ຕາມມາດຕາ 30 ຂອງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ, ສະບັບເລກທີ 54/ສພຊ, ລົງວັນທີ 19 ທັນວາ 2014 ກຳນົດໄວ້.
  2. ໃຫ້ເລີ່ມກວດກາ ແລະ ປັບໄໝນັບຕັ້ງແຕ່ວັນທີ 01 ກໍລະກົດ 2019 ເປັນຕົ້ນໄປ, ອັດຕາການປັບໄໝໃຫ້ປະຕິບັດຕາມກົດໝາຍ,​ ລັດຖະບັນຍັດ, ດຳລັດ ແລະ ມະຕິສະພາປະຊາຊົນນະຄອນຫຼວງວຽງຈັນກຳນົດໄວ້.

ສຳລັບພະນັກງານ-ລັດຖະກອນຂອງພັກ-ລັດ ທີ່ລະເມີດມາດຕະການທີ່ກຳນົດໄວ້ໃນມາດຕາ 13, 14, 15 ແລະ ບໍ່ໃຫ້ຄວາມຮ່ວມມືແກ່ເຈົ້າໜ້າທີ່ແມ່ນໃຫ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນແຈ້ງໃຫ້ການຈັດຕັ້ງຂອງຜູ້ກ່ຽວສັງກັດຮັບຊາບ ແລະ ສຶກສາອົບຮົມ ຫຼື ປະຕິບັດວິໄນຕາມກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ເຊິ່ງໄດ້ລະບຸໄວ້ໃນມາດຕາທີ 17.

 

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ:​ ຂໍ້ຕົກລົງເຈົ້າຄອງນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...