ຫ້ອງນໍ້າ ແລະ ຂີ້ເຫຍື້ອ​ຂອງສະຖານ​ທີ່ທ່ອງ​ທ່ຽວໃນລາວຍັງເປັນ​ກະ​ແສວິ​ພາກ​ວິ​ຈານ

ໃນປັດຈຸບັນ, ​ຫ້​ອງນໍ້າຢູ່​ຕາມ​ສະຖານ​ທີ່ທ່ອງ​ທ່ຽວ​ຕ່າງໆ​ໃນ​ບ້ານ​ເຮົາ​, ສ່ວນຫລາຍຍັງ​ເປື້ອນເປິະສ້າງ​ຄວາມ​ລຳບາກໃຫ້ແກ່​ນັກ​ທ່ອງ​ທ່ຽວ​. ກໍດັ່ງບໍລິສັດ​ ວອນ​ເດີ​ແລນທົວ ມີຄວາມເປັນຫ່ວງ​ທີ່​ສຸດສໍາລັບປີ​ທ່ອງທ່ຽວລາວ 2018 ຫາກ​ບໍ່​ມີມາດ​ຕະການ​​ເນັ້ນ​​ດ້ານ​ຄວາມ​ສະອາດ​ຫ້ອງ​ນໍ້າແລ້ວ ກໍ່ຈະເກີດມີສຽງວິພາກວິຈານຫລາຍຄືຜ່ານມາ, ​ລວມ​​ໄປເຖິງການຈັດ​ສັນ​ຂີ້​ເຫ​ຍື້​ອ ແລະ ການຮັກສາອານາໄມສິ່ງແວດລ້ອມອື່ນໆ.

ທ່ານ ນິລັນ​ໄຊ ດາຣາຣັດສະໝີ ຜູ້ອຳນວຍການບໍລິສັດ ວອນ​ເດີ​ແລນທົວ ກ່າວ​ວ່າ: ຕົນ​ເອງ​ເຮັດ​ບໍ​ລິກາ​ນທ່ອງ​ທ່ຽວ​​ພາຍ​ໃນ ​ແລະ ​ຕ່າງປະ​ເທດມາໄດ້ຫລາຍ​ປີພໍ​ສົມ​ຄວນ ​ແລະ ​ກໍ່ໄດ້​ພາ​ນັກ​ທ່ອງ​ທ່ຽວ​ໄປ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຕ່າງ​ໆທັງ​ພາຍ​ໃນ ​ແລະ ​ຕ່າງປະ​ເທ​ດເປັນຈຳນວນຫລວງຫລາຍ ​ແລະ ເຫັນວ່າບັນຫານີ້ຢູ່ບ້ານເພີ່ນແມ່ນເຮັດໄດ້ດີຫລາຍຖ້າທຽບກັບບ້ານເຮົາເມືອງເຮົາ, ຊຶ່ງຍັງຈະຕ້ອງໄດ້ພັດທະນາຕື່ມອີກ ນັບທັງການເກັບມ້ຽນຂີ້ເຫຍື້ອ ແລະ ບັນຫາຫ້ອງນໍ້າ, ບາງບ່ອນຫ້ອງນໍ້າຕັ້ງຢູ່ໄກ, ເມື່ອໄປຮອດພັດເປີະເປື້ອນໃຊ້ງານບໍ່ໄດ້, ບາງຄັ້ງບໍ່ມີຮອດນໍ້າລ້າງ, ມີກິ່ນເໝັນ ສົ່ງຜົນກະທົບບໍ່ດີຕໍ່ສັງຄົມ ແລະ ສິ່ງແວດລ້ອມຫລາຍສົມຄວນ, ໃນແຕ່ລະປີຜ່ານມານີ້, ບໍລິສັດໄດ້ພານັກທ່ອງທ່ຽວຕ່າງຊາດມາທ່ຽວລາວເຮົາປີໜຶ່ງບໍ່ຕໍ່າກວ່າ 1.000 ຄົນ, ບາງຄັ້ງກໍໄດ້ຍີນສຽງຈົ່ມວິພາກວິຈານຈາກນັກທ່ອງທ່ຽວກ່ຽວກັບຫ້ອງນໍ້າ ແລະ ຂີ້ເຫຍື້ອຫລາຍພໍສົມຄວນ. ສະນັ້ນປີທ່ອງທ່ຽວລາວ 2018 ນີ້, ເຖິງວ່າພາກລັດຈະໄດ້ຈັດກິດຈະກໍາຕ່າງໆ ແລະ ມີການຍົກເວັ້ນວີຊາບາງປະເທດ ເພື່ອສົ່ງເສີມການທ່ອງທ່ຽວກໍຕາມ, ແຕ່ຖ້າພວກເຮົາບໍ່ເອົາໃຈໃສ່ພັດທະນາລະບົບຫ້ອງນໍ້າ ແລະ ການອານາໄມສຸຂາພິບານແລ້ວ ກໍ່ຈະສົ່ງຜົນກະທົບບໍ່ໜ້ອຍຕໍ່ການດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວລາວເປັນບໍ່ໜ້ອຍ, ພ້ອມນັ້ນກໍ່ຄວນເອົາໃຈໃສ່ໃນການຄຸ້ມຄອງທີ່ດີ, ມີມາດຕະການໃນການຮັກສາອານາໄມສິ່ງແວດລ້ອມ ເພື່ອເລັ່ງໃສ່ສ້າງຄວາມປະທັບໃຈໃຫ້ແກ່ຜູ້ມາທ່ຽວ ບໍ່ດັ່ງນັ້ນນັກທ່ອງທ່ຽວທີ່ມາແລ້ວຈະບໍ່ຢາກມາອີກ.

 

ບົດຄວາມຈາກ: ໜັງສືພິມ ລາວພັດທະນາ

1 COMMENT

  1. ສ່ວນຫລາຍຍັງຂາດ ຄວາມສໍານຶກໃນການຮັກຄວາມສະອາດ ຄິດແຕ່ວ່າຫວິດຄົນເອງລະກະແລ້ວ ບໍ່ໄດ້ຄໍານືກເຖິງຜົນທີຈະຕາມມມາ ຮຽກຮ້ອງໃຫ້ທຸກຄົນ ເອົາໃຈໃສ່ນໍາກັນຕື່ມ

Comments are closed.