spot_img
Homeຂ່າວທ້ອງຖິ່ນຫ້ອງການອຸດສາຫະກຳ-ການຄ້າເມືອງໂພນໂຮງ ລົງກວດກາຜູ້ປະກອບການຂາຍນ້ຳມັນໃສ່ກະຕຸກໂດຍບໍ່ໄດ້ຮັບອະນຸຍາດ

ຫ້ອງການອຸດສາຫະກຳ-ການຄ້າເມືອງໂພນໂຮງ ລົງກວດກາຜູ້ປະກອບການຂາຍນ້ຳມັນໃສ່ກະຕຸກໂດຍບໍ່ໄດ້ຮັບອະນຸຍາດ

Published on

ຫ້ອງການອຸດສາຫະກຳ-ການຄ້າເມືອງໂພນໂຮງ ສົມທົບພາກສ່ວນກ່ຽວຂ້ອງລົງກວດກາຜູ້ປະກອບການຂາຍນ້ຳມັນໃສ່ກະຕຸກໂດຍບໍ່ໄດ້ຮັບອະນຸຍາດ.

ໃນວັນທີ 23 ພຶດສະພາ 2022 ທີ່ຜ່ານມາ ຫ້ອງການອຸດສາຫະກຳ-ການຄ້າເມືອງໂພນໂຮງ ນຳໂດຍ ທ່ານ ຈຳປາທອງ ແກ້ວວິຈິດ ກຳມະການພັກເມືອງ ຫົວໜ້າ ຫ້ອງການອຸດສາຫະກຳ-ການຄ້າເມືອງ ເຊິ່ງສົມທົບ ພາກສ່ວນກ່ຽວຂ້ອງຂອງເມືອງໄດ້ລົງຕິດຕາມ ກວດກາ ແລະ ສຶກສາອົບຮົມ ຜູ້ປະກອບການຂາຍນ້ຳມັນໃສ່ກະຕຸກ ທີ່ຈຳໜ່າຍຢູ່ແຄມທາງ ທີ່ບໍ່ໄດ້ຮັບອະນຸຍາດ.

ເຊິາງໃນການລົງເຄື່ອນໄຫວເຮັດວຽກພາກສ່ວນກ່ຽວຂ້ອງຄັ້ງນີ້ ເພື່ອເປັນສະກັດກັ້ນການຈຳໜ່າຍນ້ຳມັນທີ່ບໍ່ໄດ້ຮັບອະນຸຍາດ ພ້ອມທັງເປັນການປົກປ້ອງຄວາມອັນຕະລາຍຂອງການຈຳໜ່າຍນ້ຳມັນທີ່ຊະຊາຍ. ພົບເຫັນຜູ້ກະທຳຜິດ ມີ 8 ກໍລະນີ ລວມມີ 8 ຈຸດ ທີ່ພົບເຫັນການລະເມີດຕໍ່ລະບຽບການຄຸ້ມຄອງ, ໃນແຕ່ລະຈຸດ ໄດ້ສຶກສາອົບຮົມ ແລະ ເຮັດບົດບັນທຶກກ່າວເຕືອນ ເພື່ອບໍ່ໃຫ້ຈຳໜ່າຍນ້ຳມັນເຊິ່ງການຈຳໜ່າຍດັ່ງກ່າວເປັນແບບຢ່າງບໍ່ທີ່ດີ ແລະ ບໍ່ສອດຄອງລະບຽບການຄຸ້ມຄອງທີ່ວາງອອກ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...