spot_img
Homeຂ່າວເຫດການຫຼືນີ້ຈະແມ່ນສັນຍາເຕືອນວິກິດໄພຮ້ອນ ຫຼັງການາດາພົບຜູ້ເສຍຊີວິດຈໍານວນຫຼາຍ

ຫຼືນີ້ຈະແມ່ນສັນຍາເຕືອນວິກິດໄພຮ້ອນ ຫຼັງການາດາພົບຜູ້ເສຍຊີວິດຈໍານວນຫຼາຍ

Published on

ວິກິດສະພາບພູມິອາກາດ ໝາຍເຖິງ ລະດູຮ້ອນຈະກາຍເປັນຊ່ວງເວລາທີ່ມີຄວາມຮ້ອນອັນຕະລາຍຫຼາຍຂຶ້ນ. ອາທິດນີ້, ພື້ນທີ່ປາຊີຟິກຕະເວັນຕົກສ່ຽງເໜືອ (ບາງພື້ນທີ່ຂອງອາເມລິກາ ແລະ ການາດາ) ກໍາລັງຜະເຊີນກັບອຸນຫະພູມທີ່ທຸບສະຖິຕິ ສູງເຖິງ 49,6 ອົງສາ ແລະ ເມື່ອວັນທີ 29 ມິຖຸນາ ທີ່ຜ່ານມາ ໄດ້ມີຜູ້ຄົນເສຍຊີວິດຈາກຄື້ນຄວາມຮ້ອນນີ້ເປັນຈໍານວນຫຼາຍຮ້ອຍລາຍ.

ນອກຈາກນີ້, ປາກົດການຄື້ນຄວາມຮ້ອນອື່ນໆ ເມື່ອເດືອນມິຖຸນາ, ອຸນຫະພູມໃນ 5 ປະເທດໃນພາກຕາເວັນອອກກາງ ສູງເຖິງ 50 ອົງສາ, ຄວາມຮ້ອນສູງສຸດໃນປາກີສະຖານ ເຮັດໃຫ້ມີເດັກນ້ອຍໃນຫ້ອງຮຽນໜຶ່ງ ຈໍານວນ 20 ຄົນ ເປັນລົມໝົດສະຕິ ແລະ ຕ້ອງເຂົ້າໂຮງໝໍເພື່ອຮັກສາອາການທີ່ເກີດຈາກຄວາມຮ້ອນ. ໃນປີ 2019 ໄດ້ເກີດຄື້ນຄວາມຮ້ອນ ຢູ່ທີ່ ຢູໂຣບ ເຮັດໃຫ້ຜູ້ຄົນເສຍຊີວິດ 2,500 ລາຍ ເຊິ່ງນັກວິທະຍາສາດແຈ້ງວ່າ ເຫດການແບບນີ້ອາດເກີດໄດ້ຫຼາຍຂຶ້ນ.

ໃນພື້ນທີ່ສ່ວນໃຫຍ່ ຄື້ນຄວາມຮ້ອນສູງເກີນກວ່າປົກກະຕິ ຈະສົ່ງຜົນກະທົບຫຼາຍ ຕັ້ງແຕ່ການລົບກວນເສດຖະກິດ ໄປຈົນຮອດອັດຕາການເສຍຊີວິດ, ໂດຍະສະເພາະໃນເດັກນ້ອຍ ແລະ ຜູ້ສູງໄວ. ນອກຈາກນີ້, ໃນພື້ນທີ່ເອເຊຍ ແລະ ພາກຕາເວັນອອກກາງ ກໍອາດຈະພົບກັບຄວາມຮ້ອນທີ່ບໍ່ຄາດຄິດມາກ່ອນ.

ການວາງແຜນຮັບມືກັບຄື້ນຄວາມຮ້ອນ ຄວນຄໍານຶງເຖິງຄວາມບໍ່ເທົ່າທຽມໃນພື້ນທີ່, ພື້ນທີ່ທີ່ຍາກຈົນກວ່າມັກຈະມີພື້ນທີ່ສີຂຽວໜ້ອຍ ແລະ ເຮັດໃຫ້ອາກາດຮ້ອນຫຼາຍກວ່າ, ຂະນະທີ່ຜູ້ທີ່ຮັ່ງມີກໍສາມາດຊື້ເຄື່ອງປັບອາກາດທີ່ລາຄາສູງເມື່ອພົບກັບຄວາມຮ້ອນ ແລະ ມີທາງເລືອກໃນການເຄື່ອນຍ້າຍໄດ້ຫຼາຍກວ່າ.

ອີກໜຶ່ງຄວາມສໍາຄັນກໍຄື ການເຮັດໃຫ້ກະເສດຕະກໍາ ແລະ ລະບົບນິເວດອື່ນໆສາມາດຮັບມືກັບອານະຄົດໄດ້ ເນື່ອງຈາກຄວາມຮ້ອນສາມາດສົ່ງຜົນເສຍຫາຍຕໍ່ຜົນຜະລິດກະເສດຕະກໍາ ແລະ ຊັບພະຍາກອນອື່ນໆທີ່ຈໍາເປັນຕໍ່ການດໍາລົງຊີວິດຂອງມະນຸດເຮົາ.

ຫາກເຈົ້າມີວິທີໃດ ທີ່ເຮົາຈະຊ່ວຍກັນຫຼຸດຜ່ອນແກ໊ສເຮືອນແກ້ວ ແລະ ແກ້ໄຂບັນຫາສະພາບພູມິອາກາດໄດ້ ກໍສາມາດຮ່ວມແລກປ່ຽນກັນໄດ້.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...