spot_img
Homeຂ່າວທ້ອງຖິ່ນຫຼາຍແຂວງໄດ້ຮັບຜົນກະທົບຈາກພາຍຸໂນອືນ

ຫຼາຍແຂວງໄດ້ຮັບຜົນກະທົບຈາກພາຍຸໂນອືນ

Published on

ພາຍຸໂນອືນທີ່ເຄື່ອນຕົວມາແຕ່ຫວຽດນາມນັບແຕ່ເຊົ້າວັນທີ 18 ກັນຍາ 2020 ໄດ້ສ້າງຄວາມເສຍຫາຍບໍ່ໜ້ອຍຕໍ່ລະບົບພື້ນຖານໂຄງລ່າງຂອງປະເທດເຮົາ, ມີ 5 ແຂວງໄດ້ຮັບຜົນກະທົບ ແລະ ຍັງມີລາຍງານຜູ້ສູນຫາຍ 1 ຄົນ.

ໜັງສືພິມເສດຖະກິດ-ການຄ້າ ອີງຕາມລາຍງານຈາກ ສູນຂ່າວສານແຮງງານ ແລະສະຫວັດດີການສັງຄົມໃຫ້ຮູ້ໃນເຊົ້າມື້ນີ້ວ່າ: ຜົນກະທົບຂອງພາຍຸໂນອືນ (Noul) ໄດ້ສົ່ງຜົນກະທົບແກ່ປະຊາຊົນລາວແຕ່ເໜືອເຖິງໃຕ້ ແຕ່ທີ່ເສຍຫາຍຫຼາຍປະກອບດ້ວຍ 4 ແຂວງຄື: ຈຳປາສັກ, ເຊກອງ, ຊຽງຂວາງ, ສະຫວັນນະເຂດ.

ສຳລັບແຂວງຈຳປາສັກແມ່ນເມືອງຊະນະສົມບູນມີ 2 ບ້ານທີ່ໄດ້ຮັບຜົນກະທົບ, ແຂວງເຊກອງ ໄດ້ຮັບຜົນກະທົບ 1 ບ້ານ ແລະ ມີຜູ້ສູນຫາຍ 1 ຄົນຕອນນີ້ກຳລັງຄົ້ນຫາຢູ່, ແຂວງຊຽງຂວາງ ເມືອງໜອງແຮດມີ 1 ບ້ານໄດ້ຮັບຄວາມເສຍຫາຍ ມີ6 ຄອບຄົວເຮືອນເສຍຫາຍ 100%, ແຂວງສະຫວັນນະເຂດໜັກສຸດແມ່ນເມືອງນອງມີ 2 ບ້ານໄດ້ຮັບຜົນກະທົບ ມີເຮືອນເສຍຫາຍ 100% ໜຶ່ງຫຼັງ, ຂົວຂາດໄປສອງບ່ອນ.

ຕາງໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງສາລະວັນ ທ່ານ ວັງວານ ນ້ອຍວັນສີ ໄດ້ກ່າວຕໍ່ທີມງານ ໜັງສືພິມວຽງຈັນທາມ ໃນວັນທີ 19 ກັນຍາ ທີ່ຜ່ານມາວ່າ ສະພາບນໍ້າຖ້ວມໃນແຂວງສາລະວັນມີ 4 ເມືອງໄດ້ຮັບຜົນກະທົບຈາກພາຍຸໜຸນເຂດຮ້ອນໂນອືນຄື: ເມືອງຕະໂອ້ຍ, ວາປີ, ສາລະວັນ ແລະ ລະຄອນເພັງ ແຕ່ຮອດປັດຈຸບັນສະພາບໄດ້ກັບເຂົ້າສູ່ປົກກະຕິແລ້ວ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ

ພິທີສະເຫຼີມສະຫຼອງ ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ (ສປຊ) ຈັດຂຶ້ນໃນວັນທີ 20 ພະຈິກ 2025 ພາຍໃຕ້ຄຳຂວັນ:...

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...