spot_img
Homeຂ່າວພາຍ​ໃນຫຼາຍຂະແໜງການຮ່ວມປຶກສາຫາລື ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ

ຫຼາຍຂະແໜງການຮ່ວມປຶກສາຫາລື ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ

Published on

ກະຊວງການຕ່າງປະເທດ ໂດຍການສະໜັບສະໜຸນຂອງ UN-DESA UNESCAP ແລະ ທີມງານ ສປຊ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມຝຶກອົບຮົມກອງເລຂາເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ຄະນະຈຸດປະສານງານ ປພຍ ແຫ່ງຊາດ ກ່ຽວກັບການສົ່ງເສີມການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ເພື່ອການຈັດຕັ້ງປະຕິບັດວາລະປີ 2030.

ທ່ານ ອານຸພາບ ວົງໜໍ່ແກ້ວ ຫົວໜ້າກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ທັງເປັນປະທານກອງປະຊຸມໄດ້ເນັ້ນເຖິງຄວາມສຳຄັນຂອງການມີສ່ວນຮ່ວມຂອງທຸກຂະແໜງການລັດ ເອກະຊົນ ແລະ ທຸກຂະແໜງການທີ່ກ່ຽວຂ້ອງທັງສາຍຕັ້ງ ແລະ ສາຍຂວາງ ຊຶ່ງທ່ານໄດ້ກ່າວວ່າ “ການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມມີຄວາມສຳຄັນສຳລັບການພັດທະນາແບບຍືນຍົງຂອງປະເທດ ຊຶ່ງມັນນອນຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 8 ແລະ ຈຸດປະສົງຂອງພວກເຮົາໃນການບັນລຸການບໍ່ປະປ່ອຍຜູ້ໃດຢູ່ທາງຫຼັງການສ້າງຄວາມອາດສາມາດຂອງກອງເລຂາ ປພຍ ແລະ ບັນດາຄະນະຈຸດປະສານງານ ປພຍ ແຫ່ງຊາດຖືວ່າເປັນການສ້າງພື້ນຖານຫຼັກອັນສຳຄັນໃນການເລັ່ງຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ປພຍ.”

ໂດຍກອງປະຊຸມແມ່ນມີເປົ້າໝາຍສຳລັບພັດທະນາຄວາມອາດສາມາດຂອງບັນດາກອງເລຂາ ປພຍ ແລະ ຄະນະຈຸດປະສານງານ ປພຍ ຂັ້ນກະຊວງ ເພື່ອສົ່ງເສີມການປະສານລະຫວ່າງກະຊວງຕ່າງໆ ເພີ່ມທະວີຄວາມເຊື່ອມໂຍງດ້ານນະໂຍບາຍ ແລະ ສົ່ງເສີມການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມໃນການວາງແຜນ ແລະ ການຈັດຕັ້ງປະຕິບັດ ປພຍ ໃນລະດັບຊາດ.

ຂະນະທີ່ ທ່ານ ນາງ ຊາຣາ ເຊັກເກເນັສ ຜູ້ປະສານງານອົງການ ສປຊ ໄດ້ກ່າວຕໍ່ຜູ້ເຂົ້າຮ່ວມກອງປະຊຸມວ່າ “ການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ສາມາດຊ່ວຍບັນດາທ່ານກຳນົດໄດ້ວ່າໃຜເປັນກຸ່ມຄົນທີ່ມີຄວາມສ່ຽງທີ່ສຸດ ແລະ ດ້ອຍໂອກາດທີ່ສຸດ ຊ່ວຍສະໜັບສະໜຸນພວກເຂົາ ແລະ ໃຫ້ພວກເຂົາມີສິດທິໃນການຕັດສິນບັນຫາທີ່ສົ່ງຜົນກະທົບຕໍ່ກັບຊີວິດຂອງພວກເຂົາ”  ທ່ານ ນາງ ຣິຄາດາ ຣີເອເຈີ ປະທານຮ່ວມໃນກອງປະຊຸມ ກໍໄດ້ກ່າວຕື່ມວ່າ “ຄວາມສຳເລັດຂອງການເດີນທາງກ້າວສູ່ປີ 2030 ແມ່ນຂຶ້ນກັບການເຊື່ອມຕໍ່ຊ່ອງຫວ່າງລະຫວ່າງປະຊາຊົນ ແລະ ການສ້າງນະໂຍບາຍແຫ່ງຊາດ”.

 

ຂ່າວໂດຍ: ສະຫະປະຊາຊາດ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...