spot_img
Homeຂ່າວພາຍ​ໃນຫຼວງພະບາງມີຜູ້ເສຍຊີວິດຈາກໂຄວິດ-19 ຄົນທຳອິດ

ຫຼວງພະບາງມີຜູ້ເສຍຊີວິດຈາກໂຄວິດ-19 ຄົນທຳອິດ

Published on

ຄະນະສະເພາະກິດແຂວງຫຼວງພະບາງລາຍງານ ຜູ້ຕິດເຊື້ອໂຄວິດ-19 ເສຍຊີວິດ 1 ຄົນ ເຊິ່ງເປັນເພດຊາຍ, ອາຍຸ 60 ປີ, ສັນຊາດລາວ, ປະຊາຊົນບ້ານນາຫຼວງ, ນະຄອນຫຼວງພະບາງ ໄດ້ເຂົ້າປີ່ນປົວຢູ່ໂຮງໝໍແຂວງວັນທີ່ 10 ຕຸລາ 2021.ເນື່ອງຈາກກວດພົບເຊື້ອໂຄວິດ.

ທ່ານ ດຣ. ທອງພຸດ ສຸກກະເສີມ, ອຳນວຍການໂຮງໝໍແຂວງຫຼວງພະບາງ ໄດ້ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19 ຂັ້ນແຂວງຫຼວງພະບາງ ໄດ້ຖະແຫຼງຂ່າວໃນວັນທີ 13 ຕຸລາວ່າ: ກໍລະນີຄົນເຈັບເສຍຊີວິດແມ່ນເຄີຍມີພະຍາດປະຈໍາຕົວຫຼາຍຢ່າງເຊັ່ນ: ຄວາມດັນເລືອດສູງ, ເສັ້ນເລືອດສະໝອງຕີບຕັນ, ອໍາມະພຶກອໍາມະພາດ, ລ່ອຍແຂນຂາເບື້ອງຊ້າຍ ເຊິ່ງຄົນເຈັບດັ່ງກ່າວເສຍຊີວິດໃນຕອນທ່ຽງຄືນຂອງວັນທີ 12 ຕຸລາ 2021 ສ່ວນສົບຂອງຜູ້ເສຍຊີວິດນັ້ນ, ທາງເຈົ້າໜ້າທີ່ໄດ້ເອົາໄປຈູດຢູ່ວັດວັດປ່າຫຍ້າທຶບ ແລະກະດູກຂອງຜູ້ເສຍຊິວິດ ຈະຕ້ອງໄດ້ຝັງ ຫຼື ໃສ່ທາດ ຫ້າມບໍ່ໃຫ້ເອົາໄປໄຫຼນໍ້າເດັດຂາດ.

“ໃນກໍລະນີສະມາຊິກໃນຄອບຄົວຜູ້ໃດຜູ້ໜຶ່ງງເສຍຊີວິດ ຄະນະສະເພາະກິດຂອງແຂວງ ບໍ່ສາມາດມອບສົບໃຫ້ກັບຄອບຄົວໄປບໍາເພັນກູສົນໄດ້ ເພື່ອບໍ່ໃຫ້ເຊື້ອໂລກແຜ່ກະຈາຍ ເວລາໄປສົ່ງສະການ ມີພຽງຍາດພີ່ນ້ອງຄອບຄົວເປັນວົງແຄບ ແຕ່ໃຫ້ຢູ່ຫ່າງໄກຈາກສົບ,” ທ່ານ ດຣ. ທອງພຸດ ສຸກກະເສີມກ່າວ.

ຂໍ້ມູນ ແລະ ພາບປະກອບຈາກ: Lao National Radio

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...