spot_img
Homeຂ່າວທ້ອງຖິ່ນຫົວໜ້າ ປກສ ແຂວງໄຊຍະບູລີ ກວດກາສະຖານທີ່ຕັ້ງສູນບໍາບັດຜູ້ຕິດຢາເສບຕິດ

ຫົວໜ້າ ປກສ ແຂວງໄຊຍະບູລີ ກວດກາສະຖານທີ່ຕັ້ງສູນບໍາບັດຜູ້ຕິດຢາເສບຕິດ

Published on

ໃນອາທິດຜ່ານມາ, ພົຈວ ຄໍາແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງກວດກາສະຖານທີ່ຕັ້ງສູນບໍາບັດຜູ້ຕິດຢາເສບຕິດ 4 ເມືອງເໜືອ ຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ.

 

ສະຖານທີ່ຕັ້ງສູນບໍາບັດຢາເສບຕິດ 4 ເມືອງເໜືອ ຂອງແຂວງໄຊຍະບູລີ ຕັ້ງຢູ່ຂອບ ເຂດບ້ານປາກເປັດ ເມືອງຊຽງຮ່ອນ ແຂວງໄຊຍະບູລີ, ຈາກການລົງກວດກາພື້ນທີ່ຕົວຈິງເຫັນວ່າ ມີຄວາມເໝາະສົມໃຫ້ແກ່ການຕັ້ງເປັນສູນບໍາບັດຜູ້ຕິດຢາເສບຕິດ 4 ເມືອງເໜືອຂອງແຂວງ ແລະ ເຫັນວ່າມີຄວາມເໝາະສົມແກ່ການທໍາການຜະລິດ, ປູກຝັງ, ລຽ້ງສັດ ແລະ ກະສິກໍາອື່ນໆ, ເຊິ່ງມີເນື້ອທີ່ທັງໜົດ 28,67 ເຮັກຕາ.

ການລົງກວດກາສະຖານທີ່ຕັ້ງສູນບໍາບັດຢາເສບຕິດໃນຄັ້ງນີ້, ກໍເພື່ອເປັນການກວດກາສະຖານທີ່ຕົວຈິງໃນແຕ່ລະຈຸດທີ່ຈະບຸກເບີກ ແລະ ກຽມປຸກສ້າງໃຫ້ຖືກຕາມພື້ນ ຖານໂຄງຮ່າງທີ່ໄດ້ກໍານົດໄວ້. ໃນວັນດຽວກັນນັ້ນ, ຍັງໄດ້ລົງກວດກາສະຖານທີ່ຈະບຸກເບີກ ແລະ ກຽມກໍ່ສ້າງຫ້ອງການປະສານງານຊາຍແດນຢູ່ລະຫ່ວາງເມືອງເງິນ ແຂວງໄຊຍະບູລີ ແລະ ເມືອງປາກແບງ ແຂວງອຸດົມໄຊ ຕື່ມອີກ.

ທີ່ມາ: ຄວາມສະຫງົບ Lao Security News

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...