spot_img
Homeຂ່າວການສຶກສາຫົວພັນແຈ້ງການພັກຮຽນພາກທີ I ແລະ ການພັກຮຽນອາກາດໜາວເຢັນໃນ 10 ເມືອງ

ຫົວພັນແຈ້ງການພັກຮຽນພາກທີ I ແລະ ການພັກຮຽນອາກາດໜາວເຢັນໃນ 10 ເມືອງ

Published on

ເນື່ອງຈາກສະພາບອາກາດທີ່ຍັງສືບຕໍ່ໜາວເຢັນຢູ່ທົ່ວແຂວງຫົວພັນ ໃນວັນທີ 11 ມັງກອນ 2021 ພະແນກສຶກສາທິການ ແລະ ກີລາແຂວງຫົວພັນ ໄດ້ແຈ້ງການກ່ຽວກັບການພັກຮຽນພາກທີ I ສົກຮຽນ 2020-2021 ແລະ ການພັກຮຽນອາກາດໜາວເຢັນໃນ 10 ເມືອງ ເຊິ່ງມີລາຍລະອຽດດັ່ງນີ້:

  1. ສຳລັບນັກຮຽນລ້ຽງເດັກ ແລະ ອະນຸບານ ພາກລັດ ແລະ ເອກະຊົນ ແມ່ນໃຫ້ພັກຮຽນນັບແຕ່ວັນທີ 12ເປັນຕົ້ນໄປຈົນຮອດວັນທີ 25 ມັງກອນ 2021 ແມ່ນເຂົ້າຮຽນພາກຮຽນທີ II
  2. ສຳລັບຊັ້ນປະຖົມ ແລະ ມັດທະຍົມແມ່ນໃຫ້ສືບຕໍ່ດຳເນີນການສອບເສັັງໂດຍບໍ່ໃຫ້ແກ່ຍາວ ໃນນີ້ໂຮງຮຽນໃດທີ່ເສັງແລ້ວແມ່ນໃຫ້ພັກພາກຮຽນ I ເລີຍ (ວັນທີ 25 ມັງກອນ 2021 ແມ່ນເຂົ້າຮຽນພາກຮຽນທີ II)

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...