spot_img
Homeນານາສາລະຫົວຜັກບົ່ວແດງວາງກ້ອງຝ່າຕີນກ່ອນນອນຊ່ວຍລ້າງພິດໄດ້

ຫົວຜັກບົ່ວແດງວາງກ້ອງຝ່າຕີນກ່ອນນອນຊ່ວຍລ້າງພິດໄດ້

Published on

1260253654

ຮູ້​ບໍ່​ວ່າຫົວ​ຜັກບົ່ວແດງມີ​ປະ​ສິດ​ພາບ​ໃນ​ການ​ຕໍ່ສູ້​ກັບ​ເຊື້ອ​ພະຍາດ​ແລະ​ແບັກ​ທີ​ເຣຍແລະ​ຍັງ​ສາມາດ​ຊ່ວຍ​ລ້າງ​ອະໄວຍະວະ​ພາຍ​ໃນ​ຮ່າງກາຍ​ຂອງ​ເຮົາ​ໄດ້ເຖິງແຕ່​ໃນ​ຂະນະ​ທີ່​ເຮົາ​ກຳ​ລັງ​ນອນ​ຫລັບມື້ນີ້ມີ​ເຄັດ​ລັບ​ເບິ່ງແຍງ​ສຸຂະພາບດ້ວຍ​ການ​ນຳຫົວ​ຜັກບົ່ວໃຫຍ່ມາ​ເປັນ​ຜູ້​ຊ່ວຍ​ໃນ​ການ​ລ້າງຮ່າງກາຍ​ໃຫ້​ເຮົາມາ​ເບິ່ງ​ວິທີ​ການ​ກັນ​ເລີຍ​

ວິທີ​ການ​ຄື

1.ນຳ​ຫົວຜັກບົ່ວແດງ​ມາ​ຊອຍ​ບາງໆແຕ່​ເຈົ້າ​ຕ້ອງ​ແນ່​ໃຈ​ກ່ອນ​ວ່າຫົວ​ຜັກບົ່ວແດງ​ທີ່​ນຳ​ມາ​ໃຊ້​ນັ້ນປອດ​ສານ​ພິດ.ບໍ່​ມີ​ຢາ​ຂ້າ​ແມງໄມ້ແລ້ວ​ລ້າງ​ນ້ຳ​ໃຫ້​ສະ​ອາດ​ແລ້ວ​ແຊ່​ນ້ຳ​ສະ​ອາດ​ຖິ້ມ​ໄວ້​ໄລຍະໜຶ່ງ​ກ່ອນ​ນຳ​ມາ​ຊອຍແລ້ວ​ນຳ​ໄປ​ໃສ່​ໄວ້​ກ້ອງຝ່າ​ຕີນ​ກ່ອນ​ໃສ່​ຖົງ​ຕີນ​ແລ້ວ​ໃສ່​ໄວ້​ແບບນັ້ນ​ໝົດຄືນ

2.ການ​ວາງ​ຫົວ​ຜັກບົ່ວແດງໃຫ້​ວາງ​ຢູ່​ສ່ວນ​ທີ່​ແປທີ່ສຸດ​ຂອງ​ຝ່າ​ຕີນ​ໂດຍ​ຄຸນສົມບັດ​ໃນ​ການ​ປິ່ນປົວ​ຂອງ​ຫົວ​ຜັກບົ່ວແດງ​ນັ້ນ​ຄື:ຫົວ​ຜັກບົ່ວແດງຈະ​ຄ່ອ​ຍໆ​ດູດ​ຊຶມ​ຂຶ້ນ​ໄປ​ຈາກ​ຝ່າ​ຕີນ​ແລ້ວ​ຊ່ວຍກະຕຸ້ນ​ທຸກ​ຈຸດ​ທີ່​ຢູ່​ຕີນທີ່​ເຊື່ອມ​ຕໍ່​ກັບ​ອະໄວຍະວະ​ພາຍ​ໃນ​ຕ່າງໆໃນ​ຮ່າງກາຍ​ຂອງ​ເຮົາ​ທັງ​ໝົດເພື່ອ​ກະຕຸ້ນ​ການເຮັດວຽກງານແລະລ້າງ​ສານ​ພິດ​ຕ່າງໆ​ຜ່ານ​ຝ່າ​ຕີນ​

ປະໂຫຍດ​ຂອງ​ການ​ນຳຫົວ​ຜັກບົ່ວແດງວາງ​ໄວ້​ກ້ອງ​ຕີນກ່ອນ​ນອນ
1.ເລືອດ​ຈະ​ຖືກ​ເຮັດໃຫ້​ບໍລິສຸດ​ປາດສະຈາກ​ເຊື້ອ​ພະຍາດດ້ວຍ​ກົດ​ຟອດ​ຟໍ​ລິກ​ຈາກ​ຫົວຜັກບົ່ວແດງ​ຈະ​ຖືກ​ດູດ​ຊຶມ​ແລະ​ຈະ​ຟອກ​ເລືອດ​
2.ແບັກ​ທີ​ເຣຍ​ແລະ​ເຊື້ອ​ພະຍາດ​ຈະ​ຖືກ​ກຳຈັດ​ໄປ
3.ເຮັດໃຫ້​ກິ່ນ​ຕີນ​​ດີ​ຂຶ້ນ

ຫລາຍ​ຄົນ​ອາດ​ບໍ່​ຮູ້​ວ່າຂອງ​ງ່າຍໆ​ໃກ້​ໂຕ​ກໍ​ຊ່ວຍ​ໃຫ້​ສຸຂະພາບ​​ດີ​ຂຶ້ນ​ໄດ້​ຢ່າງ​ບໍ່​ໜ້າ​ເຊື່ອ ແລະ​ຍັງ​ງ່າຍ​ຕໍ່​ການ​ນຳ​ໄປ​ໃຊ້​ແທ້ລອງ​ເບິ່ງ​ກັນ​ກໍ​ບໍ່​ເສຍ​ຫາຍ​ຫຍັງເພາະ​ເປັນ​ການ​ນຳ​ທຳມະຊາດ​ມາ​ບຳ​ບັດ​ຮ່າງກາຍໃຜ​ສົນ​ໃຈ​ວິທີ​ນີ້ກໍ​ນຳ​ໄປ​ລອງ​ເຮັດ​ກັນ​ເບິ່ງ​ໃຜ​ເຮັດເບິ່ງ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...