spot_img
Homeຂ່າວພາຍ​ໃນຫົນທາງໃໝ່ໃນການຄ້າ ແລະ ການລົງທຶນຢູ່ ສປປ ລາວ

ຫົນທາງໃໝ່ໃນການຄ້າ ແລະ ການລົງທຶນຢູ່ ສປປ ລາວ

Published on

ຫົນທາງໃໝ່ໃນການຄ້າ ແລະ ການລົງທຶນຢູ່ ສປປ ລາວ

ນັບ​ວ່າ​ເປັນ​ຄັ້ງ​ທຳ​ອິດ​ທີ່ ທ່ານ ​ດຣ. ນາມ ວິ​ຍະ​ເກດ ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ ຮ່ວມ​ບັນຍາຍ​ໃຫ້​ນັກ​ລົງທຶນ​ຊາວ​ໄທ ໄດ້​ຮັບ​ຟັງ​ໃນ​ຫົວຂໍ້ “ນະ​ວັດຕະ​ກຳ​ການ​ຄ້າ ແລະ ການ​ລົງທຶນ​ໃໝ່​ໃນ ​ສປປ ລາວ” ໃນ​ວັນ​ທີ 30 ກໍລະກົດ 2013 ທີ່​ໂຮງແຮມ​ດອນ​ຈັນ​ພາ​ເລດ ນະຄອນຫຼວງ​ວຽງ​ຈັນ ເພື່ອ​ເຊີນຊວນ​ໃຫ້​ນັກ​ລົງທຶນ​ຊາວ​ໄທ ມາ​ຮ່ວມ​ທຶນ​ໃນ​ກິດຈະການ​ຕ່າງໆ​ເຊັ່ນ: ທຸລະ​ກິດ​ຂົນສົ່ງ​ອຸປະໂພກ-ບໍລິໂພກ ອຸດສາຫະກຳ ການ​ຄ້າ ກະສິກຳ ແລະ ອື່ນໆ​ຕາມ​ແນວ​ຊາຍ​ແດນ ໂດຍ​ຄາດ​ວ່າ​ອະນາຄົດ ລາວ​ຈະ​ເປັນ​ສູນ​ກາງ​ສົ່ງ​ອອກ​ຂອງ​ອາ​ຊຽນ

ພາຍ​ໃນ​ງານ ​ຮສ.​ດຣ. ພິພັດ ຕັ້ງ​ສຶບ​ກຸນ ປະທານ​ສະພາ​ທຸລະ​ກິດ​ໄທ-ລາວ ໄດ້​ກ່າວ​ວ່າ: ການ​ຮ່ວມ​ມື​ໃນ​ຄັ້ງ​ນີ້​ເປັນ​ການ​ເປີດ​ໂອກາດ​ໃຫ້​ນັກ​ລົງທຶນ​ທັງ​ສອງ​ປະເທດ ໄດ້​ພົບ​ປະ​ແລກປ່ຽນ​ຈັບ​ຄູ່​ທຸລະ​ກິດ​ຮ່ວມ​ກັນ.

ການ​ສຳ​ມະ​ນາ​ຄັ້ງ​ນີ້ ໄດ້​ມີ​ການ​ຍົກ​ຫຼາຍ​ບັນຫາ​ຂຶ້ນ​ມາ​ແລກປ່ຽນ​ສົນທະນາ​ຢ່າງ​ກົງ​ໄປ​ກົງ​ມາ ໂດຍ​ເວົ້າ​ລະອຽດ​ເຖິງ​ແນວທາງ​ການ​ລົງທຶນ ລະບຽບ​ການ​ຕ່າງໆ​ທີ່​ນັກ​ລົງທຶນ​ໃຫ້​ຄວນ​ຮູ້ ເພື່ອ​ຄວາມ​ກະຈ່າງ​ແຈ້ງ​ກ່ຽວ​ກັບ​ທຸລະ​ກິດ​ສາຂາ​ຕ່າງໆ​ໃນ​ລາວ ຊີ້​ໃຫ້​ເຫັນ​ແນວທາງ​ຂອງ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ການ​ລົງທຶນ ເນື້ອ​ໃນ​ໂດຍ​ລວມ​ທີ່​ຈະ​ເປັນ​ປະໂຫຍດ​ໃຫ້​ແກ່​ນັກທຸລະກິດ​ທັງ​ສອງ​ປະເທດ ຈະ​ໄດ້​ຮ່ວມ​ມື​ກັນ​ສ້າງ​ຄວາມ​ໝັ້ນຄົງ​ທາງ​ເສດຖະກິດ​ໃຫ້​ແກ່ ​ສປປ ລາວ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...