spot_img
Homeຂ່າວຕ່າງປະເທດຫວຽດນາມ ກຽມຜ່ອນຄາຍມາດຕະການລ໋ອກດາວ ພາຍໃນອາທິດນີ້

ຫວຽດນາມ ກຽມຜ່ອນຄາຍມາດຕະການລ໋ອກດາວ ພາຍໃນອາທິດນີ້

Published on

ວັນທີ 26 ກັນຍາ 2021 ເວັບໄຊ້ The star ແລະ ໜັງສືພິມຂອງຫວຽດນາມ ລາຍງານວ່າ ນາຍົກລັດຖະມົນຕີ Phạm Minh Chính (ຟາມມິ່ງຈິງ) ຂອງຫວຽດນາມເປີດເຜີຍວ່າ ໄດ້ມີການກຽມຜ່ອນຄາຍມາດຕະການເຂັ້ມງວດຂອງການລ໋ອກດາວ ທີ່ປະກາດໃຊ້ມາ 1 ເດືອນເຕັມ ໃນອາທິດໜ້າ ແລະ ອະນຸຍາດໃຫ້ທຸລະກິດຕ່າງໆ ສາມາດເລີ່ມດໍາເນີນການຜະລິດໄດ້ອີກຄັ້ງ ເພື່ອໃຫ້ຫວຽດນາມກັບມາສູ່ສະພາວະປົກກະຕິ ແລະ ມີການຟື້ນຟູເສດຖະກິດພາຍໃນທ້າຍເດືອນນີ້ ຫຼັງຈາກຈໍານວນຜູ້ຕິດເຊື້ອຫຼຸດລົງຕໍ່າກວ່າ 10,000 ລາຍ ເປັນເວລາ 3 ມື້ຕິດຕໍ່ກັນ.

ຜູ້ນໍາຫວຽດນາມກ່າວວ່າ ກ່ອນໜ້ານີ້ ໃນທີ່ປະຊຸມຄະນະກໍາມະການແຫ່ງຊາດວ່າດ້ວຍການຄວບຄຸມ ແລະ ການປ້ອງກັນພະຍາດໂຄວິດ-19 ເຫັນດີນໍາກັນວ່າ ແນວຄິດການປັບປ່ຽນແຜນກົນລະຍຸດ Zero Covid (ໃຫ້ຈໍານວນຜູ້ຕິດເຊື້ອໂຄວິດກັບມາເປັນ 0) ມາເປັນ ການປັບຕົວຢູ່ຢ່າງປອດໄພ ແລະ ຄວບຄຸມການແຜ່ລະບາດຂອງໂຄວິດ-19 ຢ່າງມີປະສິດທິພາບ.

ຫວຽດນາມີຈໍານວນຜູ້ເສຍຊີວິດລາຍວັນຫຼຸດລົງ ແລະ ພົບຜູ້ຕິດເຊື້ອໃໝ່ 9,682 ຄົນ ໃນວັນເສົາ ທີ 25 ກັນຍາ ທີ່ຜ່ານມາ, ເຊິ່ງນັບວ່າເປັນມື້ທີ່ 3 ຕິດຕໍ່ກັນທີ່ມີຜູ້ຕິດເຊື້ອໃໝ່ຫຼຸດລົງ. ຢ່າງໃດກໍຕາມ, ວັນທີ 26 ກັນຍາ ທີ່ຜ່ານມາ ໂຕເລກຜູ້ຕິດເຊື້ອໃໝ່ໄດ້ກັບມາຢູ່ທີ່ 10,011 ຄົນ ເຊິ່ງຈໍານວນຜູ້ຕິດເຊື້ອສະສົມຢູ່ທີ່ 756,689 ຄົນ ແລະ ມີຜູ້ເສຍຊີວິດສະສົມ 18,584 ສົບ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...