spot_img
Homeຂ່າວຕ່າງປະເທດຫວຽດນາມໄດ້ໂກຕາເຂົ້າເປັນສະມາຊິກບໍ່ຖາວອນຂອງ UNSC

ຫວຽດນາມໄດ້ໂກຕາເຂົ້າເປັນສະມາຊິກບໍ່ຖາວອນຂອງ UNSC

Published on

ສສ ຫວຽດນາມ ເອສໂຕເນຍ ໄນເຈີຣ ຕູນີເຊຍ ເຊນວິນເຊນ ແລະ ເກຣນາດີນສ ໄດ້ຮັບການເລືອກຕັ້ງໃຫ້ເຮັດໜ້າທີ່ສະມາຊິກບໍ່ຖາວອນຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ທ່າມກາງສະຖານະການຂັດແຍ່ງທາງການເມືອງ ແລະ ການຄ້າລາະຫວ່າງປະເທດມະຫາອຳນາດ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນນິວຢອກ ອາເມຣິກາເມື່ອວັນທີ 8 ມິຖຸນາຜ່ານມາວ່າ ສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ (UNGA) ປະຊຸມເມື່ອບໍ່ດົນມານີ້ເພື່ອລົງຄະແນນສຽງເລືອກສະມາຊິກ 5 ປະເທດໃຫ້ເຂົ້າໄປເຮັດວຽກທີ່ສະມາຊິກບໍ່ຖາວອນຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ກຸ່ມໃໝ່ ຊຶ່ງຈະມີວາລະ 2 ປີ ເລີ່ມແຕ່ວັນທີ 1 ມັກກອນ 2020 ຂະນະທີ່ໂກຕາໃນພູມີພາກອາຊີ ແລະ ແປຊີຟິກ ໂດຍຫວຽດນາມໄດ້ຮັບຄະແນນສຽງເຖິງ 192 ຄະແນນ ຈາກສະມາຊິກທັງໝົດ 193 ປະເທດ.

ທັງນີ້ ຫວຽດນາມຈະເຮັດໜ້າທີ່ແທນປະເທດຄູເວດທີ່ຈະໝົດວາລະໃນທ້າຍປີນີ້ ທັງນີ້ ສົ່ງຜົນໃຫ້ໃນປີ 2020 ຈະມີສະມາຊິກບໍ່ຖາວອນຂອງ (UNSC) ໃນກຸ່ມອາຊີ ແລະ ແປຊິຟິກ 2 ບ່ອນນັ່ງ ຈາກອາຊີຕາເວັນອອກສຽງໃຕ້ທັງໝົດຄື ສສ ຫວຽດນາມ ແລະ ອິນໂດເນເຊຍທີ່ໄດ້ຮັບການເລືອກຕັ້ງເມື່ອຕົ້ນເດືອນມິຖຸນາປີ 2018.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: AFP

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...