spot_img
Homeຂ່າວຕ່າງປະເທດຫວຽດນາມເລີ່ມມີການເປີດໃຫ້ນັກທ່ອງທ່ຽວເດີນທາງເຂົ້າປະເທດແລ້ວ

ຫວຽດນາມເລີ່ມມີການເປີດໃຫ້ນັກທ່ອງທ່ຽວເດີນທາງເຂົ້າປະເທດແລ້ວ

Published on

ຕາມການລາຍງານຂອງ ສໍານັກຂ່າວຕ່າງປະເທດ ໄດ້ລາຍງານວ່າ: ປະເທດຫວຽດນາມເປີດຮັບນັກທ່ອງທ່ຽວຕ່າງຊາດຄັ້ງທໍາອິດໃນຮອບເກືອບ 20 ເດືອນ ໂດຍມີນັກທ່ອງທ່ຽວທີ່ມາຈາກປະເທດຍີ່ປຸ່ນ ແລະ ປະເທດເກົາຫຼີໃຕ້ຈໍານວນ 400 ຄົນ ໄດ້ເດີນທາງມາເຖິງສະໜາມບິນ Nha Trang ທີ່ເປັນເມືອງທ່ອງທ່ຽວ ແລະ ເມືອງພັກຜ່ອນຂອງປະເທດຫວຽດນາມ ກ່ອນທີ່ຈະເລີ່ມມີການເປີດເກາະ ຟູກັວກ ໃນວັນທີ 20 ພະຈິກທີ່ຈະມາຮອດນີ້ ເພື່ອຕ້ອນຮັບນັກທ່ອງທ່ຽວທີ່ໄດ້ຮັບວັກຊີນຄົບສອງເຂັມ ໂດຍຕັ້ງເປົ້າວ່າຈະມີນັກທ່ອງທ່ຽວເດີນທາງເຂົ້າປະເທດປະມານ 5,000 ຄົນ ແລະ ຜົນກວດໂຄວິດ-19 ຕ້ອງເປັນລົບກ່ອນເດີນທາງເຂົ້າປະເທດ.

ທັງນີ້ປະເທດຫວຽດນາມເປັນປະເທດທີ່ເພິ່ງພາອຸດສາຫະກໍາການທ່ອງທ່ຽວ ໂດຍຄິດເປັນ 12% ຂອງ GDP ໂດຍໃນປີກາຍນີ້ຈໍານວນນັກເດີນທາງຈາກຕ່າງຊາດທີ່ເຂົ້າມາປະເທດຫວຽດນາມຫຼຸດລົງເຫຼືອພຽງ 3.8 ລ້ານຄົນ ຈາກ 18 ລ້ານຄົນ ເຊິ່ງເປັນຜົນມາຈາກມາດຕະການການລັອກດາວເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...