spot_img
Homeຂ່າວຕ່າງປະເທດຫວຽດນາມເປີດໂຮງແຮມໂອບຄຳແຫ່ງທຳອິດຂອງໂລກ

ຫວຽດນາມເປີດໂຮງແຮມໂອບຄຳແຫ່ງທຳອິດຂອງໂລກ

Published on

ເວັບໄຊ ຂ່າວສົດ ລາຍງານວ່າ ຫວຽດນາມເປີດໃຫ້ບໍລິການໂຮງແຮມຫຼູທີ່ຕົກແຕ່ງດ້ວຍຄຳແຫ່ງທຳອິດຂອງໂລກ ຫວັງດຶງດູດນັກທ່ອງທ່ຽວໃຫ້ກັບມາທ່ຽວປະເທດອີກຄັ້ງ ຫຼັງຈາກທາງລັດໄດ້ຜ່ອນຄາຍມາດຕະການປິດເມືອງເພື່ອສະກັດກັ່ນການລະບາດຂອງໂຄວິດ-19 ດົນກວ່າ 3 ເດືອນ.

ໂຮງແຮມ ໂດລເຊ ຮ່າໂນຍ ໂກລເດັນ ເລກ (Dolce Hanoi Golden Lake) ຕັ້ງສະຫງ່າງາມກາງໃຈເມືອງນະຄອນຮ່າໂນຍ ພາຍໃນຕົບແຕ່ງດ້ວຍກະເບື້ອງເຄືອບຄຳ ແລະ ເຟີນິເຈີເຄື່ອງໃຊ້ທີ່ຫຸ້ມດ້ວຍຄຳ 24 ກະຣັດ ລວມເຖິງຊັກໂຄກ, ອ່າງລ້າງໜ້າ, ອ່າງອາບນໍ້າ ຫຼື ເຄື່ອງໃຊ້ປະເພດຖ້ວຍ, ຈອກກາເຟກໍ່ຕາມ.

ໂຮງແຮມຫ້າດາວແຫ່ງນີ້ໃຊ້ເວລາໃນການກໍ່ສ້າງ 11 ປີ ມີຄວາມສຸງ 25 ຊັ້ນ ແລະ ມີຫ້ອງພັກໃຫ້ບໍລິການ 400 ຫ້ອງ ໂດຍມີລາຄາເລີ່ມຕົ້ນຄືນລະ 250 ໂດລາ.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...