spot_img
Homeຂ່າວຕ່າງປະເທດຫວຽດນາມເປັນຫ່ວງ ແຮງງານຝີມືດີໄຫລອອກປະເທດ ຍ້ອນຄ່າແຮງຍັງຕ່ຳໃນ AEC!

ຫວຽດນາມເປັນຫ່ວງ ແຮງງານຝີມືດີໄຫລອອກປະເທດ ຍ້ອນຄ່າແຮງຍັງຕ່ຳໃນ AEC!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ກຸມພາຜ່ານມານີ້ວ່າ ທ່ານ ຫ່າຖິມິ່ງດຶກ ຮອງຜູ້ອຳນວຍການ ສຳນັກງານພົວພັນຕ່າງປະເທດ ກະຊວງແຮງງານ ແລະ ສະຫວັດດີການສັງຄົມຫວຽດນາມ ໄດ້ອອກມາລະບຸວ່າ ແຮງງານທີ່ມີຝີມື ແລະ ຄຸນນະພາບສູງນັ້ນ ການເຄື່ອນຍ້າຍແຮງງານໃນໝູ່ປະເທດອາຊຽນ ໄດ້ເກີດຂຶ້ນແລ້ວ ໂດຍແຮງງານຄຸນນະພາບຕ່ຳຢູ່ຫວຽດນາມ ຈະປະສົບກັບຄວາມກົດດັນຫລາຍຍິ່ງຂຶ້ນ ເນື່ອງຈາກຄຸນນະພາບຂອງ ຊັບພະຍາກອນມະນຸດຫວຽດນາມ ຍັງບໍ່ທັນຢູ່ໃນລະດັບດີເທົ່າທີ່ຄວນ ແລະ ເຊື່ອວ່າການໄຫລອອກຂອງແຮງງານ ຈາກຫວຽດນາມໄປຍັງປະເທດອື່ນໃນອາຊຽນ ຈະເພີ່ມຂຶ້ນຫລາຍກວ່າການໄຫລເຂົ້າມາ ເພາະຄ່າແຮງງານຂອງຫວຽດນາມ ຢູ່ໃນອັນດັບ 8 ຂອງອາຊຽນ.

ກ່ອນໜ້ານີ້ ສູນສະຖິຕິຫວຽດນາມ ໄດ້ອອກມາປະກາດວ່າ ລາຍໄດ້ສະເລ່ຍຂອງແຮງງານຫວຽດນາມ ໃນປີ 2015 ຜ່ານມາ ເທົ່າກັບ 79.3 ລ້ານດົງ ຫລື 3,657 ໂດລາຕໍ່ຄົນຕໍ່ປີ ເຖິງແມ່ນຜະລິດຕະພາບແຮງງານ ຈະເພີ່ມຂຶ້ນ 6.4% ເມື່ອທຽບກັບປີ 2014 ແລະ ເມື່ອປຽບທຽບກັບບັນດາປະເທດອາຊຽນເຫັນວ່າ ຄ່າແຮງງານຂອງຫວຽດນາມ ຍັງຢູ່ໃນລະດັບຕ່ຳ.

ທ່ານ ຫ່າຖິມິ່ງດຶກ ກ່າວອີກວ່າ ຜະລິດຕະພາບແຮງງານ ຍັງຄົງເປັນບັນຫາໃຫຍ່ສຳລັບແຮງງານຫວຽດນາມ ເມື່ອປະຊາຄົມເສດຖະກິດອາຊຽນຕັ້ງຂຶ້ນ ແຮງງານຄຸນນະພາບສູງຈາກປະເທດອື່ນໆໃນພາກພື້ນ ຈະເຄື່ອນຍ້າຍກັນຫລາຍຂຶ້ນ ແລະ ຈະແຂ່ງຂັນໂດຍກົງກັບແຮງງານຫວຽດນາມ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...