spot_img
Homeຂ່າວຕ່າງປະເທດຫວຽດນາມສັ່ງປິດເມືອງດານັງ ແລະ ລະບົບການຂົນສົ່ງ 15 ວັນ ຫຼັງໂຄວິດ-19ລະບາດອີກຄັ້ງ

ຫວຽດນາມສັ່ງປິດເມືອງດານັງ ແລະ ລະບົບການຂົນສົ່ງ 15 ວັນ ຫຼັງໂຄວິດ-19ລະບາດອີກຄັ້ງ

Published on

ການລະບາດຂອງໂຄວິດ-19 ໃນຕ່າງປະເທດຍັງໜ້າເປັນຫ່ວງ ຢ່າງປະເທດຫວຽດຫຼ້າສຸດໄດ້ປະກາດປິດເມືອງດານັງ ເມືອງໃຫຍ່ອັນ ດັບສາມຂອງປະເທດຕັ້ງແຕ່ວັນທີ 28 ກໍລະກົດເປັນຕົ້ນໄປ ເປັນເວລາ 15ວັນ ເພື່ອຄວບຄຸມການລະບາດຂອງໂຄວິດ-19 ຫຼັງ ຈາກຊ່ວງໄລຍະ 4 ວັນທີ່ຜ່ານມາ ພົບຜູ້ຕິດເຊື້ອລາຍໃໝ່ໃນປະເທດ 22 ຄົນ ໃນຈຳນວນນີ້ 4 ຄົນເປັນເຈົ້າໜ້າທີ່ສາທາລະນະສຸກ ເຊິ່ງເປັນຄັ້ງທຳອິດໃນຮອບສາມເດືອນທີ່ພົບຜູ້ຕິດເຊື້ອລາຍໃໝ່ ໂດຍທາງລັດຖະບານຫວຽດນາມໄດ້ຫ້າມລະບົບຂົນສົ່ງສາທາລະນະທ້ຽວບິນເຂົ້າ ແລະ ອອກຈາກເມືອງ ລວມທັງກວດສອບຊາຍຫາດໃນດານັງເພື່ອໃຫ້ແນ່ໃຈວ່າບໍ່ມີນັກທ່ອງທ່ຽວແລ້ວ.

ເວັບໄຊ apnews.com ລາຍງານວ່າ ຊາຍຫາດດານັງມີນັກທ່ອງທ່ຽວປະມານ 50,000ຄົນຕໍ່ມື້ ໄດ້ຖືກປິດ ແລະ ມີພຽງເຈົ້າໜ້າທີ່ຮັກສາຄວາມປອດໄພເທົ່ານັ້ນທີ່ລາດຕະເວນຢູ່ຊາຍຫາດ. ການປິດຊາຍຫາດດັ່ງກ່າວສົ່ງຜົນກະທົບຢ່າງຮຸນແຮງຕໍ່ອຸດສາຫະກຳທ່ອງທ່ຽວຂອງເມືອງ ເຊິ່ງຫາກໍ່ໄດ້ຮັບການຟື້ນຟູຫຼັງຈາກການລະບາດຂອງໂຄວິດ-19 ສະຫງົບລົງ.

ຫວຽດນາມ ເປັນປະເທດທີ່ມີປະຊາກອນ 95 ລ້ານຄົນ ມີຍອດຕິດເຊື້ອໂຄວິດ-19 ຕໍ່າກວ່າ 431 ຄົນ ແລະ ບໍ່ມີລາຍງານຜູ້ເສຍຊີວິດ ເຊິ່ງເປັນຜົນມາຈາກມາດຕະການກັກຕົວທີ່ເຂັ້ມງວດ ແລະ ການກວດຫາເຊື້ອທີ່ວ່ອງໄວ, ທົ່ວເຖິງ.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...