spot_img
Homeຂ່າວຕ່າງປະເທດຫວຽດນາມພົບຜູ້ປ່ວຍຕິດເຊື້ອໂຄວິດ-19 ຕ່າງກັນຢູ່ 2 ກຸ່ມ

ຫວຽດນາມພົບຜູ້ປ່ວຍຕິດເຊື້ອໂຄວິດ-19 ຕ່າງກັນຢູ່ 2 ກຸ່ມ

Published on

ຄະນະທີມວິໄຈຫວຽດນາມພົບວ່າ ໄວຣັດໂຄໂຣນາສາຍພັນໃໝ່ທີ່ກໍ່ໃຫ້ເກີດການລະບາດຄັ້ງໃຫຍ່ຂອງໂຣກໂຄວິດ-19 ນັ້ນ ມີວິວັດທະນາການແລ້ວ ແລະ ແບ່ງອອກເປັນ 2 ກຸ່ມຕາມທີ່ພົບໃນຫວຽດນາມ.

ທ່ານ ເລຖິ-ກວິນມາຍ (Le Thi Quynh Mai) ຮອງຜູ້ອຳນວຍການສະຖາບັນອະນາໄມ ແລະ ໂຣກລະບາດວິທະຍາແຫ່ງຊາດ ກ່າວວ່າ ທີມນັກວິໄຈພົບວ່າເຊື້ອໄວຣັດທີ່ເກັບມາຈາກຜູ້ປ່ວຍໂຄວິດ-19 ທີ່ເດີນທາງມາຈາກເອີຣົບ ມີຄວາມແຕກຕ່າງຈາກເຊື້ອໄວຣັດທີ່ພົບໃນຜູ້ປ່ວຍເຂດອາຊີ.

ຮອງຜູ້ອຳນວຍການອະທິບາຍເພີ່ມເຕີມວ່າ ການສຶກສາຂອງສະຖາບັນບໍ່ໄດ້ລະບຸວ່າກຸ່ມໃດກຸ່ມໜຶ່ງທີ່ເປັນເຫດໃຫ້ມີການແຜ່ເຊື້ອຫຼາຍກວ່າກັນ ເນື່ອງຈາກການແຜ່ກະຈາຍຂອງໄວຣັດຂຶ້ນຢູ່ກັບສະພາບແວດລ້ອມ, ພູມສັນຖານ ແລະ ຕົວຜູ້ຕິດເຊື້ອ ໃນຂະນະທີ່ການກວດພົບຄວາມປ່ຽນແປງຂອງໄວຣັດນີ້ຈະຊ່ວຍໃນການຜະລິດວັກຊີນໄດ້. 

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...