spot_img
Homeຂ່າວຕ່າງປະເທດຫວຽດນາມນ້ຳຖ້ວມໜັກ! ເຈົ້າໜ້າທີ່ເລັ່ງຄົ້ນຫາຄົນສູນຫາຍ 3 ຄົນ

ຫວຽດນາມນ້ຳຖ້ວມໜັກ! ເຈົ້າໜ້າທີ່ເລັ່ງຄົ້ນຫາຄົນສູນຫາຍ 3 ຄົນ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກກຸງຮ່າໂນຍ ໃນວັນທີ 15 ພະຈິກ 2023 ຜ່ານມານີ້ວ່າ: ທາງການແຂວງກວາງຈິ ແຄມຊາຍຝັ່ງພາກກາງຂອງຫວຽດນາມ ລາຍງານການເກີດນ້ຳຖ້ວມເປັນວົງກວ້າງ ໃນຫຼາຍພື້ນທີເນື່ອງຈາກຝົນທີ່ຕົກລົງມາຢ່າງໜັກ ເຮັດໃຫ້ຕ້ອງມີການອົບພະຍົບປະຊາຊົນຫຼາຍກວ່າ 2000 ຄົນ ແລະ ເຮັດໃຫ້ມີຄົນສູນຫາຍອີກ 3 ຄົນ.

ຂະນະທີ່ເທດສະບານເມືອງ ເຮວ໌ (Huế) ເຊິ່ງເປັນແຫຼ່ງທ່ອງທ່ຽວມໍລະດົກໂລກ ຂອງແຂວງເຖື່ອທຽນເຮວ໌ ສາມາດດຶງດູດນັກທ່ອງທ່ຽວມາທ່ຽວຊົມໄດ້ຢ່າງຫຼວງຫຼາຍ ເຊິ່ງຕັ້ງຢູ່ໃກ້ກັບແຂວງກວາງຈິ ຕ້ອງພົບກັບນ້ຳຖ້ວມສູງໃນຫຼາຍເຂດເຊັ່ນກັນ ຕາມການລາຍງານເບື້ອງຕົ້ນເຈົ້າໜ້າທີ່ໄດ້ລະບຸວ່າ: ໄພພິບັດເຊິ່ງເກີດຂຶ້ນຕັ້ງແຕ່ຕົ້ນປີນີ້ ສົ່ງຜົນໃຫ້ມີຜູ້ເສຍຊີວິດ ແລະ ສູນຫາຍລວມກັນຢ່າງໜ້ອຍ 136 ຄົນ.

ສຳລັບທ່ານໃດຈະໄປທ່ຽວຊ່ວງນີ້ ແມ່ນໃຫ້ກວດເບິ່ງສະພາບອາກາດກ່ອນເດີ້

ພາບຈາກ: AFP

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...