spot_img
Homeຂ່າວຕ່າງປະເທດຫວຽດນາມຈັບ ອະດີດປະທານ Ocean Bank ປ່ອຍສິນເຊື່ອ 18,7 ຕື້ລະເມີດລະບຽບ!

ຫວຽດນາມຈັບ ອະດີດປະທານ Ocean Bank ປ່ອຍສິນເຊື່ອ 18,7 ຕື້ລະເມີດລະບຽບ!

Published on

557000012723601
ທ່ານ ຫ່າ ວັນ ທຳ ອະດີດປະທານທະນາຄານໂອຊຽນ

 

ເຈົ້າໜ້າທີ່ຕຳຫລວດ ຈັບກຸມອະດີດປະທານທະນາຄານໂອຊຽນ ນັກທຸລະກິດມະຫາເສດຖີທີ່ຮັ່ງມີທີ່ສຸດຄົນໜຶ່ງໃນ

ຫວຽດນາມ ຂໍ້ຫາລະເມີດລະບຽບປ່ອຍສິນເຊື່ອ.

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ທະນາຄານແຫ່ງລັດ ສສ ຫວຽດນາມ ໄດ້ລະບຸຜ່ານທາງເວັບໄຊຂອງທະນາຄານ

ວ່າ ທ່ານ ຫ່າ ວັນ ທຳ (Ha Van Tham) ອະດີດປະທານທະນາຄານໂອຊຽນ (Ocean Bank) ຖືກຄວບຄຸມຕົວໃນ

ມື້ວັນສຸກທີ 24 ຕຸລາຜ່ານມານີ້ ໂດຍໄດ້ລະບຸວ່າລະຫວ່າງການສືບສວນໂຄງການປັບປຸງໂຄງຮ່າງການຈັດຕັ້ງຂອງທະ

ນາຄານພົບວ່າ ທ່ານ ຫ່າ ວັນ ທຳ ໄດ້ລະເມີດກົດໝາຍຢ່າງຮ້າຍແຮງ.

 

ແຫລ່ງຂ່າວໄດ້ລະບຸວ່າ ທ່ານ ຫ່າ ວັນ ທຳ ຖືກຄວບຄຸມຕົວ ເນື່ອງຈາກລະເມີດກົດລະບຽບການປ່ອຍສິນເຊື່ອ ທີ່ເປັນ

ຄວາມຜິດທາງອາຍາ ແລະ ມີໂທດຈຳຄຸກສູງສຸດ 20 ປີ.

 

ທ່ານ ຫ່າ ວັນ ທຳ ເປັນປະທານບໍລິສັດໂອຊຽນກຣຸບ ຕັ້ງແຕ່ປີ 2007 ແລະ ຍັງມີຕຳແໜ່ງເປັນປະທານບໍລິສັດພັດທະ

ນາອະສັງຫາລິມະຊັບ, ທະນາຄານ ແລະ ໂຮງແຮມ ໂດຍເຂົາໄດ້ອະນຸມັດເງິນກູ້ຈຳນວນ 50 ຕື້ດົງ ຫລື ປະມານ 18,7 ຕື້

ກີບ ໃນປີ 2012 ໃຫ້ແກ່ບໍລິສັດອະສັງຫາລິມະຊັບ Trung Dung ໂດຍບໍ່ມີຫລັກປະກັນທີ່ເໝາະສົມ ແລະ ບໍລິສັດດັ່ງ

ກ່າວກໍມີແນວໂນ້ມທີ່ຈະຜິດນັດຊຳລະໜີ້.

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...