spot_img
Homeຄວາມງາມຫລຸດໜ້າທ້ອງພຽງແຕ່ຫາຍໃຈ

ຫລຸດໜ້າທ້ອງພຽງແຕ່ຫາຍໃຈ

Published on

w_2

ສ່ວນ​ເກີນ​ທີ່​ຍື່ນ​ອອກ​ມາ​ທັກ​ທາຍ​ໂດຍ​ສະເພາະ​ຂີ້ໂພ່ນ​ບໍ່​ມີ​ສາວ​ໆຄົນ​ໃດ​ມັກ​ແນ່ນອນ ມື້​ນີ້​ມີ​ວິທີ​ອອກ​ກຳ​ລັງ​ກາຍ​ແບບ​ງ່າຍໆທີ່​ສາມາດ​ຊ່ວຍຫ​ລຸດ​ສ່ວນ​ເກີນ​ຈາກ​ໜ້າ​ທ້ອງ​ໄດ້ພຽງ​ແຕ່​ຫາຍ​ໃຈຊຶ່ງ​ສາມາດ​ເຝິກ​ໄດ້​ທຸກ​ທີ່​ທຸກ​ເວລາເອີ້ນວ່າທ່າStomach Vacuumຄື​ການ​ສູບ​ລົມ​ຫາຍ​ໃຈ​ເຂົ້າ​ມາ​ໃນ​ບໍລິເວນທ້ອງເປັນ​ການ​ຈັງ​ກ້າມ​ຊີ້ນຊຶ່ງ​ເປັນ​ວິທີ​ການ​ອອກ​ກຳ​ລັງ​ກາຍ​ທີ່​ດີ​ທີ່ສຸດ​ໃນ​ການ​ຊ່ວຍຫ​ລຸດ​ຂີ້ໂພ່ນ​ວິທີ​ການ​ປະຕິບັດ​ມີ​ດັ່ງນີ້

1.ນັ່ງ​ຫລື​ຍືນ​ກໍ​ໄດ້ມື​ວາງ​ບ່ອນ​ໜ້າ​ຂາຍືດ​ໂຕ​ກົງ​ຫາຍ​ໃຈ​ອອກ​ປົກກະຕິ

2.ຫາຍ​ໃຈ​ເຂົ້າ​ເລິກ​ໆທາງ​ດັງແລ້ວ​ຫາຍ​ໃຈອອກ​ທາງ​ປາກ​ຈັ່ງໃຫ້​ໜ້າ​ທ້ອງ​ຫົດເຂົ້າ​ມາ

3.ຫາຍ​ໃຈ​ເຂົ້າ​ອີກ​ເທື່ອໜຶ່ງຈັງ​ໜ້າ​ທ້ອງ​ຢູ່​ບ່ອນເກົ່າແລ້ວ​ຫາຍ​ໃຈ​ອອກ​ທາງ​ປາກຈັງ​ໃຫ້​ໜ້າ​ທ້ອງ​ຫົດ​ລົງ​ເຂົ້າໄປ​ອີກເຮັດ​ຊ້ຳ​ໆໄປ​ເລື່ອຍ​ໆໂດຍ​ແຕ່​ລະ​ເທື່ອ​ພະຍາຍາມ​ໃຫ້​ທ້ອງ​ຫົດ​ຈັງ​ເຂົ້າ​ມາແລະ​ຍືດ​ເອິກ​ຂຶ້ນ​ຕະຫລອດ​ຈັງ​ໜ້າ​ທ້ອງຄື​ການເຮັດໃຫ້​ສະ​ບືດັນ​ເຂົ້າ​ມາ​ຕິດ​ກັບ​ກະດູກ​ສັນ​ຫລັງ​ແລ້ວ​ຫົດ​ຈັງ​ໜ້າ​ທ້ອງ​ໃຫ້​ສຸດໆ

4.ພໍ​ສຸດ​ແລ້ວ​ໃຫ້​ຄ້າງ​ໄວ້​ປະ​ມານ30ວິ​ນາ​ທີຫລື1ນາ​ທີເວລາ​ທີ່​ໜ້າ​ທ້ອງ​ຫົດ​ຈັງ​ສຸດໆໄລຍະ​ທີ່ຄ້າງ​ໄວ້​ຫ້າມ​ກັ້ນ​ຫາຍ​ໃຈພະຍາຍາມ​ຫາຍ​ໃຈ​ເຂົ້າ​ແລະ​ອອກ​ຈາກ​ນັ້ນ​ເລີ່ມ​ເຮັດ​ຕາມ​ລຳ​ດັບອີກ​ເທື່ອໜຶ່ງໂດຍ​ສາມາດ​ເຮັດ​ໄດ້​ຕະຫລອດ​ໝົດ​ມື້

ຖ້າເຝິກ​ແບບ​ນີ້​ເປັນ​ປະຈຳ​ຈະ​ເຮັດໃຫ້​ກ້າມ​ຊີ້ນ​ຮັດ​ໜ້າ​ທ້ອງ​ຂອງ​ເຮົາ​ເຂົ້າໄປແລະ​ຄວນ ອອກ​ກຳ​ລັງ​ກາຍ​ແບບ​ເມື່ອຍ​ແຮງໆເຄິ່ງ​ຊົ່ວ​ໂມງ​ຂຶ້ນ​ໄປ​ຄອບຄູ່​ໄປ​ດ້ວຍວິທີ​ງ່າຍໆພຽງ​ເທົ່າ​ນີ້ກໍ​ຊ່ວຍ​​ກຳຈັດ​ສ່ວນ​ເກີນ​ທີ່​ບໍ່​ຕ້ອງ​ການ​ອອກ​ໄດ້​ແລ້ວ

ບົດຄວາມຫຼ້າສຸດ

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...