ຫລາຍ​ແຫ່ງສະຫລອງ​ວັນ​ຄູ​ແຫ່ງ​ຊາດ 7 ຕຸລາ ດ້ວຍບັນຍາກາດຟົດຟື້ນ

teacher's day

ວັນ​ທີ 6 ຕຸລາ​ນີ້, ໂຮງຮຽນຫລາຍ​ແຫ່ງ​ໃນ​ນະຄອນຫລວງ​ວຽງ​ຈັນ, ​ໄດ້ຈັດ​ພິທີ​ສະ​ເຫລີ​ມສະຫລອງ​ວັນ​ຄູ​ແຫ່ງ​ຊາດ 7 ຕຸລາ ຄົບຮອບ 21 ປີ (1994-2015) ດ້ວຍ​ບັນຍາກາດ​ຟົດ​​ຟື້ນ, ເພື່ອ​ຫວນ​ຄືນ​ມູນ​ເຊື້ອ​ຂອງ​ວັນ​ດັ່ງກ່າວ ​ແລະ ຈາລຶກຄຸນ​​ງາມ​ຄວາມ​ດີຂອງ​ຄູ-ອາຈານ ທີ່​ໄດ້​ເສຍ​ຫລະ ​ແລະ ອຸທິດ​​ເຫື່ອ​ແຮງ​ຕົນ​ ​​ເຂົ້າ​ໃນ​ການ​ສິດສອນ, ຖ່າຍ​ທອດ​ຄວາມ​ຮູ້, ​ຄວາມ​ສາມາດ​ໃຫ້​ແກ່​ນັກຮຽນ​​ໃນ​ແຕ່ລະ​ຮຸ້ນຢ່າງ​ບໍ່​ຮູ້​ອິດ​ຮູ້​ເມື່ອຍ, ຊຶ່ງ​​ໃນ​ນີ້ ຢູ່​ໂຮງຮຽນ​ມັດທະຍົມ​ສົມບູນ ວຽງ​ຈັນ (ມ.ສ ວຽງ​ຈັນ), ​ກໍໄດ້​ຈັດ​ຕັ້ງ​ພິທີ​ດັ່ງກ່າ​ວຂຶ້ນ​, ​ໂດຍ​ມີ​ທ່ານ ບຸນ​ທ່ຽງ ສາຍ​ສຸວັນ ຫົວໜ້າ​ສຶກສາ​ນິ​ເທດ ພະ​ແນ​ກສຶກສາ​ທິການ ​ແລະ ກິລາ ນະຄອນຫລວງ​ວຽງຈັນ, ພ້ອມ​ດ້ວຍຄູ-ອາຈານ ແລະ ນັກຮຽນ​​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫລາຍ.

ຜູ້ອຳ​ນວຍ​ການ​​ໂຮງຮຽນ ມ.ສ ວຽງ​ຈັນ ​​ໄດ້ມີຄຳເຫັນ ໃນພິທີອັນມີຄວາມໝາຍສໍາຄັນດັ່ງກ່າວວ່າ: ມັນເປັນໂອກາດອັນດີໃຫ້ຄູ-ອາຈານ ແລະ ນັກຮຽນພວກເຮົາໄດ້ທົບ​ທວນ​​ຄືນ​ຄຸນງາມຄວາມດີ ​ແລະ ສະແດງຄວາມຮູ້​ບຸນຄຸນ​ຕໍ່​ຄູ-ອາຈານ​ທີ່​ໄດ້​ສິດສອນ​ສົ່ງຄວາມຮູ້ ຄວາມສາມາດໃຫ້ແກ່ຕົນເອງ ທັງເປັນການ​ເຊີດ​ຊູ​ກຽດ​ສັກ​ສີ​ຖານະ​ບົດບາດ​ຂອງ​ຄູ​ໃນ​ສັງຄົມ​ໃຫ້​ສູງ​ຂຶ້ນ ​ແລະ ຍົກ​ໃຫ້​ເຫັນ​ຜົນສຳ​ເລັດ​ຂອງ​ການ​ສຶກສາ​ຮ່ຳຮຽນ ​ແລະ ການ​ດຳລົງ​ຊີວິດ. ນອກ​ຈາກ​ນີ້ ຍັງ​ເປັນ​ໂອກາດ​ອັນ​ດີ​ໃຫ້ຄູ-ອາຈານ, ຜູ້​ປົກຄອງ​ນັກ ຮຽນ, ສິດ​ເກົ່າ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ຊຸມ​ຊົນ ​ໄດ້​ຮັບ​ຮູ້ສະພາບ​ຄວາ​ມ​ເປັນ​ຈິງ​ຂອງ​ໂຮງຮຽນ ​ແລະ ພ້ອມ​ກັນ​ປຶກສາ​ຫາລື​ພັດທະນາ​ໂຮງຮຽນ​ໃຫ້​ນັບ​ມື້​ກ້າວ​ນ້າ​ຂະຫຍາຍຕົວນັບທັງ​ດ້ານ​ພື້ນຖານ​ໂຄງ​ລ່າງ ກໍ​ຄື​ຄຸນ​ນະພາ​ບການ​ຮຽນ-ການ​ສອນ​ຂອງໂຮງຮຽນ ​ແລະ ​ເພື່ອ​ເຮັດ​ໃຫ້​ນ້ຳ​ໃຈວັນ​ຄູ​ແຫ່ງ​ຊາດ 7 ຕຸລາຍືນຍົງຄົງຕົວ ຢູ່ຕະຫລອດໄປດັ່ງກ່າວຄຳສຸພາສິດກ່າວໄວ້​ວ່າ: ການ​ສຶກສາ​ແມ່ນ​ພາລະກິດ​ຂອງ​ທົ່ວພັກ ທົ່ວ​ປວງ​ຊົນລາວຕະຫລອດໄປ.

ທ່ານອຳນວຍການ ມສ ວຽງຈັນ ໃຫ້ຮູ້ວ່າ: ຕະຫລອດ​ໄລຍະ​ຜ່ານ​ມາ ​ໂຮງຮຽນ ມ.ສ ວຽງ​ຈັນ ​ສາມາດສ້າງ​ນັກຮຽນ​ສຳ​ເລັດ​ການ​ຮຽນ​ລະດັບ​ຊັ້ນ​ມັດທະຍົມ​ ປາຍທັງໝົດ 41.000 ກວ່າ​ຄົນ. ພິເສດແມ່ນ​ສົກ​ປີຜ່ານມານີ້, ​ໂຮງຮຽນ​ດັ່ງກ່າວ​​ໄດ້​ຮັບ​ການ​ຮອງ​ຮັບ​ເປັນ​ໂຮງຮຽນ​ຕົວ​ແບບ​ຄຸນ​ນະພາ​ບຂອງ​ນະຄອນຫລວງ​ວຽງຈັນ, ນັກຮຽນ​ຊັ້ນ​ ມ4 ​ແລະ ມ7 ​ເສັງ​ໄດ້ 100% ​ໄດ້​ຮັບ​ໃບ​ປະ ກາດ​ແດງ ​ແລະ ​​​ເດັ່ນ​ຮອບດ້ານ, ພ້ອມ​ທັງສົ່ງ​ນັກຮຽນ​ເຂົ້າ​ຮ່ວມ​ແຂ່ງຂັນ​ນັກຮຽນ​ເກັ່ງ​ລະດັບ​ຊາດ ​ຍາດໄດ້​ອັນ​ດັບທີ 1, 2 ຫລາຍ​ວິຊາ ​ແລະ ​ໃນ​ສົກ​ປີ​ 2015-2016ນີ້, ຄູ-ອາຈານ ​ຈະໄດ້ສືບ​ຕໍ່​ກໍ່ສ້າງ​ນັກຮຽນ​ຕາມ 3 ລັກສະນະ ​ແລະ 5 ຫລັກ​ມູນ​ການ​ສຶກສາໃຫ້​ເຂັ້ມ​ງວດ, ພ້ອມ​ທັງ​ພັດທະນາ​ໂຮງຮຽນ​ໃຫ້​ສົມ​ເປັນ​​ໂຮງຮຽນ​ຕົວ​ແບບ​ຄຸນ​ນະພາ​ບ​ແທ້​ຈິງ.

ມື້ດຽວກັນໂຮງຮຽນ ມສ ໂພນທັນ, ເມືອສີສັດຕະນາກ ກໍໄດ້ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ຄູ​ແຫ່ງ​ຊາດ 7 ຕຸລາ​ຂື້ນ​ຢ່າງ​ຟົ​ດຟື້ນ,​ໂດຍ​ມີ​ຜູ້​ຕ່າງ​ໜ້າ​ຈາກ​ພະ​ແນ​ກ​ສຶກສາ​ທິການ ​ແລະ ກິລາ,ພ້ອມ​ດ້ວຍຄູ​ອາຈານ, ນັກຮຽນ ​ແລ ະພໍ່​ແມ່​ຜູ້​ປົກຄອງ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼາຍ.

ທ່ານ ອ້ອມ​ເພັງ ບາ​ວວັນ​ຄຳ,ອຳນວຍ​ການ​ໂຮງຮຽນ​ດັ່ງກ່າວ​ກ່າວ​ໃນ​ພິທີ​ວ່າ: ​ເພື່ອ​ເປັນ​ການ​ຫວນ​ຄືນ​ມູນ​ເຊື້ອ​ວັນ​ຄູ​ແຫ່ງ​ຊາດ​ທີ່​ໝູນ​ວຽນມາ​ຄົບຮອບ 21 ປີ​,ກໍ​ຄືວັນ​ທີ 7 ຕຸລາ 1994 – ວັນ​ທີ 7 ຕຸລາ 2015 ,ດັ່ງ​ນັ້ນ​ທາງ​ໂຮງຮຽນ​ ມ ສ ​ໂພນ​ທັນ​ຈຶ່ງ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ດັ່ງກ່າວ​ຂື້ນ​ເພື່ອ​ລະນຶກ​ເຖິງ​​ຜົນງານ ​ແລ ຄຸນງາມຄວາມດີຂອງ​ຄູ​ລາວ​ກໍ​ຄື​ຄູ​ໃນ​ໂຮງຮຽນ​ຂອງ​ຕົນ,ທີ່​ມີ​ຜົນງານ​ສ້າງ​ຊັບພະຍາກອນ​ມະນຸດ​ໃຫ້​ ຊາດ ​ແລະ ສັງຄົມ,ຊຶ່ງ​ໃນ​ພິທີ​ສະ​ເຫຼີ​ມສະຫຼອງ​​ໄດ້​ມີ​ຫຼາຍ​ກິດຈະ​ກິດ​ຄື: ການສະ​ແດງ​ສີລະ​ປະ​ຈາກ​ນ້ອງ​ນັກຮຽນ,ການ​ຫຼິນ​ເກນ ​ແລະ ອື່ນໆ.

ຜູ້ອຳນວຍການ​ກ່າວ​ວ່າ: ​ໃນ​ສົກ​ຜ່ານ​ມາ​ໂຮງຮຽນ​ຂອງ​ຕົນ​ຍາດໄດ້ຜົນສຳເລັດຫຼາຍ​ດ້ານ​​ຄື: ການ​ສອບ​​ເສັງ​​ເລືອນ​ຊັ້ນ ມ4 ບັນລຸ​ໄດ້ 97,45% ​ແລະ ມ7 ບັນລຸ​ໄດ້ 94,58%, ແລະ ​ເພື່ອ​ສືບ​ຕໍ່​ພັດທະນາ​ການ​ສຶກສາ​ໃນ​ສົກ​ປີ 2015-2016 ທາງ​ໂຮງ ຮຽນ​ໄດ້ວາງຄາດໝາຍໃຫ້​ແກ້​ໄຂ​ແນວ​ຄິດຊ້ຳ​ເຮື້ອ​ຂອງ​ວຽກ​ງານ​ການ​ສຶກສາ​ທີ່​ເຄີຍ​ມີ​ມາ​, ບຸກທະ ລຸ​ດ້ານ​ການ​ສ້າງ​ຊັບພະຍາກອນ​ມະນຸດ​ແນ່​​ໃສ່​ບຳລຸງ ​ແລະ ຍົກ​ສະດັບ​ຄວາມ​ສາມາດ​ຂອງຄູ​ໃຫ້​ສູງ​ຂື້ນ,ບຸກທະລຸ​ການ​ຄຸ້ມ​ຄອງ​ລະບຽບການ​ສື​ກສາໃຫ້​ໜັກ​ແໜ້ນ​​ເຂັ້ມ​ແຂງ,ນຳ​ເອົາ​ມາດ​ຕະຖານ​ການ​ສຶກສາ ແລະ ຄຸນ​ນະພາ​ບຂອງ​ຄູ​ໃຫ້ບັນລຸ​ເປົ້າໝາຍ​ທີ່​ໂຮງ​ຮຽນ​ໄດ້​ກຳ​ນົດ​ໄວ້ ​ແລະ ບຸກທະລຸ​ດ້ານ​ການ​ລົງ​ທືນ,ລ​ະດົມ​ທືນທັງ​ພາຍ​ໃນ ​ແລະຕ່າງປະ​ເທດ​ເພື່ອ​ສ້າງ​ພື້ນຖານ​ໂຄງ​ລ່າງ ການ​ສຶກສາພາຍ​ໃນ​ໂຮງຮຽນ​ໃຫ້​ພຽງພໍ​ໂດຍ​ພື້ນຖານ​ເພື່ອ​ເປັນກຳລັງ​ແຮງ​ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ​ໃຫ້​ສູງ​ຂື້ນ ແລະ ເອົາ​ໃຈ​ໃສ່​ປະຕິບັດ​ຂໍ້​ແຂ່ງຂັນ 3 ດີ​ຄື: ສອນ​ດີ,ຮຽນ​ເກັ່ງ,ຕ້ານ​ກັບ​ສິ່ງ​ເສບ​ຕິດ​ໃນ​ຫ້ອງ​ຮຽນ ​ແລະ ສ້າງ​ສິ່ງ​ແວດ​ລ້ອມ​ໂຮງຮຽນ​ໃຫ້​ດີຂຶ້ນ.

 

ແຫລ່ງຂ່າວ:

ລພນ