spot_img
Homeຂ່າວການພັດທະນາຫລາຍພາກສ່ວນ ຫາລືການກຳນົດ ເປົ້າໝາຍຄວາມທຸກຍາກ ຢູ່ ສປປ ລາວ

ຫລາຍພາກສ່ວນ ຫາລືການກຳນົດ ເປົ້າໝາຍຄວາມທຸກຍາກ ຢູ່ ສປປ ລາວ

Published on

phonsalee

ຂປລ. ການ​ກຳນົດ​ເປົ້າໝາຍ​ ຄວາມທຸກ​ຍາກ​ ແມ່ນ​ເພື່ອ​ແນ​ໃສ່​ຈັດຕັ້ງປະຕິບັດ ​ວຽກ​ງານ​ລຶບລ້າງ​ ຄວາມທຸກ ​ຍາກ​ຂອງ​ປະຊາຊົນ​ ໄດ້​ຢ່າງ​ມີ​ປະສິດທິ​ຜົນ, ຖືກກຸ່ມ​ເປົ້າໝາຍ ​ແລະ ສາມາດ​ຈັດ​ລຽນ​ບູລິ​ມະ​ສິດ​ ໄດ້​ຢ່າງ​ຊັດ​ເຈນ ​ເຊິ່ງ​ໄລຍະ​ຜ່ານ​ມາ​ລັດຖະບານ​ລາວ ກໍ​ໄດ້​ມີ​ການ​ກຳນົດ ​ແລະ ຈັດ​ລຽນ​ບູລິ​ມະ​ສິດ​ ຄວາມທຸກ ​ຍາກ​ຂອງ​ປະຊາຊົນ ​ໄດ້​ຢ່າງ​ຖືກຕ້ອງ ຈຶ່ງ​ເຮັດ​ໃຫ້ການ​ ແກ້​ໄຂ​ຄວາມທຸກ​ຍາກ​ ຂອງ​ປະຊາຊົນ​ມີ​ປະສິດທິ​ຜົນ ​ແລະ ສາມາດ​ລຶບລ້າງ​ ຄວາມທຸກ​ຍາກ ​ຂອງ​ປະຊາຊົນ​ ໄດ້​ໂດຍ​ພື້ນຖານ ​ໃນ​ຈຳນວນ​ຫລາຍ​ບ້ານ, ​ເມືອງ ​ແລະ ​ແຂວງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.
ສະນັ້ນ ​ເພື່ອ​ເຮັດ​ໃຫ້​ວຽກ​ງານແກ້​ໄຂ​ຄວາມທຸກ​ຍາກ ​ມີ​ປະສິດທິ​ຜົນ​ສູງ​ກວ່າ​ເກົ່າ, ​ໃນ​ວັນ​ທີ 19 ພະຈິກ 2015 ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຂັ້ນສູນກາງ ​ໄດ້​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື ການ​ກຳນົດ​ເປົ້າໝາຍ​ຄວາມ ທຸກ​ຍາກ ຮ່ວມ​ກັບ​ກອງ​ທຶນ​ຫລຸດຜ່ອນ ​ຄວາມທຸກ​ຍາກ, ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ແລະ ທະນາຄານ​ໂລກ ​ໂດຍ​ການ​ເປັນ​ປະທານຮ່ວມ​ຂອງ ທ່ານ​ນາງ ພອນ​ສະ​ຫລີ ສຸກ​ສະຫວັດ ຮອງ​ຫົວໜ້າ​ ສູນ​ສະຖິຕິ​ແຫ່ງ​ຊາດ ​ແລະ ທ່ານ​ນາງ ຊາລີ ​ແອວ ​ເບີ​ນິງ​ແຮມ ຜູ້ຕາງໜ້າ​ຫ້ອງການ ​ທະນາຄານ​ໂລກ​ ປະຈຳ​ລາວ.

ໃນ​​ໂອກາດ​ ນີ້, ຜູ້​ເຂົ້າຮ່ວມ​ໄດ້​ປຶກສາ​ຫາລື​ ​ແລະ ຮັບ​ຟັງ​ບົດຮຽນ​ກ່ຽວ​ກັບ​ຮູບ​ແບບ​ ການ​ກຳນົດ​ເປົ້າໝາຍ​ຄວາມທຸກ​ຍາກ ​ໃນ​ປັດຈຸບັນ, ລະບົບ​ຕິດຕາມ ​ແລະ ກຳນົດ​ເປົ້າໝາຍ​ ຄວາມທຸກ​ຍາກ​ແຫ່ງ​ຊາດ, ຄວາມ​ຈຳ​ເປັນ​ຂອງ​ການ​ກຳນົດ​ເປົ້າໝາຍ ​ຄວາມທຸກ​ຍາກ, ມາດຖານ ​ແລະ ວິທີ​ການ​ກຳນົດ​ເປົ້າໝາຍ​ ຄວາມທຸກ​ຍາກ ​ແລະ ຂົງ​ເຂດ​ການຈັດຕັ້ງປະຕິບັດ​ ວຽກ​ງານ​ດັ່ງກ່າວ ທີ່​ນຳ​ສະ​ເໜີ​ ໂດຍ ​ຜູ້​ຊຽວຊານ ຈາກ​ທະນາຄານ​ໂລກ ​ແລະ ມີ​ຜົນ​ປະ​ໂຫຍ​ດອັນ​ໃຫຍ່​ຫລວງ ສຳລັບ ສປປ ລາວ ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການຈັດຕັ້ງປະຕິບັດ​ ວຽກ​ງານ​ແກ້​ໄຂ​ຄວາມທຸກ​ຍາກ ຢູ່​ປະ​ເທດ​ເຮົາ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...