ຫລັກການສຳຄັນທີ່ເຫັດຫລິນຈືສາມາດປິ່ນປົວພະຍາດ”ພູມແພ້”ຊະນິດຕ່າງໆໄດ້

0
1560

261055-002

ເມື່ອ​ຮ່າງກາຍ​ໄດ້ຮັບ​ຫຍັງ​ກໍ​ຕາມ​ທີ່​ເຮັດໃຫ້​ແພ້ກໍ​ຈະ​ຜະລິດ​ສານ​ຊະນິດ​ໜຶ່ງ​ຂຶ້ນ​ມາ​ເອງ​ເຊັ່ນ ສານ​ຮີດ​ຕາ​ມີນ(Histamine )ແລະ​ເມື່ອ​ຫລັ່ງ​ອອກ​ມາ​ຫລາຍ​ຈະ​ໄປ​ເລັ່ງ​ເຮັດໃຫ້​ຮ່າງກາຍ​ເຮົາ​ສະແດງ​ອາການ​ແພ້​ອອກ​ມາ​ໃຫ້​ເຫັນຕົວ​ຢ່າງ​ເຊັ່ນເກີດ​ຕຸ່ມ​ຄັນ​ຕາມ​ໂຕຫລື​ອາດ​ເປັນ​ລົມ​ພິດ,ຄັນ​ດັງ,ຕາ​ບວມ,ຫາຍ​ໃຈ​ຫອບ,ຫາຍ​ໃຈ​ບໍ່​ສຸດເປັນ​ຕົ້ນ

ວິທີ​ແກ້​ທີ່​ກົງກັບ​ບັນຫາ​ໃນ​ເມື່ອ​ເຮົາ​ຮູ້​ວ່າ​ສານ​ຮີດ​ຕາ​ມີນ(Histamine )ເປັນ​ໂຕ​ບັນຫາ ແລະ​ຖ້າ​ເຮົາ​ສາມາດ​ຢຸດຢັ້ງ​ສານ​ຮີດ​ຕາ​ມີນ(Histamine )ບໍ່​ໃຫ້​ຮ່າງກາຍ​ຜະລິດ​ອອກ​ມາ​ຫລາຍອາການ​ແພ້​ກໍ​ຈະ​ບໍ່​ປາກົດຫລື​ຕຸ່ມ​ຄັນ​ຕາມ​ໂຕ​ທີ່​ເຄີຍ​ມີ​ກໍ​ຈະ​ເຊົາໄປ

ພະຍາດ​ພູ​ມ​ແພ້​ກັບ​ເຫັດ​ຫລິນ​ຈື​ກ່ຽວ​ຂ້ອງ​ກັນ​ແບບໃດຄຳ​ຕອບ​ກໍ​ຄື​ເມື່ອ​ນັກ​ວິທະຍາ​ສາດ​ເປີດ​ເຜີຍ​ຜົນ​ການ​ກວດ​​ອົງ​ປະກອບ​ທາງ​ເຄ​ມີ​ພົບ​ວ່າ​ເຫັດ​ຫລິນ​ຈື​ມີ​ສານ​ສຳຄັນ​ທາງ​ຢາ​ຊ່ວຍ​ຢຸດ​ຢັ້ງ​ບໍ່​ໃຫ້​ຮ່າງກາຍ​ຜະລິດ​ສານຮີດ​ຕາ​ມີນ(Histamine )ອອກ​ມາແລະ​ສານ​ດັ່ງ​ກ່າວ​ຄື

1.ກຸ່ມ​ສານ​ໂພ​ລິ​ແຊັກ​ຄາ​ໄລ(Polysaccharides )ອອກ​ລິດ​ລວມ​ກັນຊ່ວຍ​ກະຕຸ້ນ​ການເຮັດວຽກງານ​ຂອງ​ເມັດ​ເລືອດ​ຂາວ​ຊະນິດບີ-ເຊລ(B-cells)ແລະ​ທີ​ເຊລ (T-cells)ເຮັດໃຫ້​ເກີດ​ການ​ເພີ່ມ​ຂຶ້ນ​ຢ່າງຫລວງ​ຫລາຍ​ຂອງສານ​ອິມ​ມູ​ໂນ​ໂກ​ບູ​ລິນ(lmmunoglobulin ) ແລະສານ​ອິນ​ເຕີ​ລິວ​ຄິນ(Interleukins)ຊຶ່ງ​ເປັນ​ໂຕ​ຕໍ່​ຕ້ານ​ສານ​ທີ່​ເຮັດໃຫ້​ແພ້ (Antiallergy )

2.ກຸ່ມ​ສານ​ໄຕ​ເທີ​ປິນ​ນອຍ​ຊະນິດ​ຂົມ(Bitter Triterpenoids )ມີ​ຢູ່ປະ​ມານ100ຊະນິດ​ທີ່​ແຕກ​ຕ່າງ​ກັນແລະ​ສານ​ທີ່​ມີ​ສ່ວນ​ປິ່ນປົວ​ຜູ້​ປ່ວຍ​ພະຍາດ​ພູ​ມແພ້​ຄືກຸ່ມ​ສານ​ກົດ​ກາ​ໂນເດີ​ລິກ (Ganoderic acid A, B, C1, C2, D-K, R-Z )ແລະກົດ​ລູ​ຊິ​ເດ​ນິກ(Lucidenic acid ) ຈະ​ເຮັດ​ຫນ້າທີ່​ເປັນ​ຕົວ​ຢຸດ​ຢັ້ງ​ບໍ່​ໃຫ້​ຮ່າງກາຍຜະລິດ​ສານ​ຮີດ​ຕາ​ມີນ​ອອກ​ມາ  (Histamine​Release inhibition activity)ລວມ​ເຖິງ​ກົດ​ໄຂ​ມັນ​ຊະນິດ​ໂອ​ເລ​ອິກ (Oleic acid)ແລະ​ສານໄຊ​ໂຄ​ອັອກ​ຕ້າ​ຊັນ​ເຟີ(Cyclooctasulfur )ຊຶ່ງ​ກໍ​ມີ​ລິດ​ຕ້ານ​ບໍ່​ໃຫ້​ຮ່າງກາຍ​ຜະລິດ​ສານ​ຮີດ​ຕາ​ມີນ​ອອກ​ມາ​ເຊັ່ນ​ກັນ

ສະຫລຸບ​ສານ​ຮີດ​ຕາ​ມີນ(Histamine )ເປັນ​ໂຕບັນຫາແລະ​ຖ້າ​ເຮົາ​ສາມາດ​ຢຸດ​ບໍ່​ໃຫ້​ຮ່າງກາຍ​ຜະລິດ​ສານ​ຮີດ​ຕາ​ມີນ(Histamine )ອອກ​ມາອາການ​ແພ້​ກໍ​ຈະ​ບໍ່​ປາກົດຫລື​ຕຸ່ມ​ຄັນ​ຕາມ​ໂຕ​ທີ່​ເຄີຍ​ມີ​ກໍ​ຈະ​ຫາຍ​ໄປເພາະ​ສະ​ນັ້ນ​ການ​ໃຊ້​ເຫັດ​ຫລິນ​ຈື​ໃນ​ຜູ້​ປ່ວຍ​ດ້ວຍ​ພະຍາດ​ພູ​ມແພ້ຈຶ່ງ​ເປັນ​ເລື່ອງ​ທີ່​ເຮັດໃຫ້​ຜູ້​ປ່ວຍ​ເຊົາຈາກ​ພະຍາດ​ໄດ້ເພາະ​ເປັນ​ການ​ໃຊ້​ຢາ​ທີ່​ມີ​ຫລັກ​ການ​ຮອງ​ຮັບໄວ້​