spot_img
Homeຂ່າວຕ່າງປະເທດສ.ເກົາຫຼີ ສັ່ງປິດຕະຫຼາດຂາຍຊີ້ນໝາ ເພື່ອປ່ຽນໃຫ້ເປັນສວນສາທາລະນະ

ສ.ເກົາຫຼີ ສັ່ງປິດຕະຫຼາດຂາຍຊີ້ນໝາ ເພື່ອປ່ຽນໃຫ້ເປັນສວນສາທາລະນະ

Published on

ລັດຖະບານ ສ.ເກົາຫຼີ ສັ່ງປິດຕະຫຼາດຂາຍຊີ້ນໝາໃນເມືອງປູຊານ ຊຶ່ງເປັນໜຶ່ງໃນຕະຫຼາດຄ້າໝາທີ່ໃຫຍ່ທີ່ສຸດຂອງປະເທດພາຍໃນເດືອນກໍລະກົດທີ່ຈະມາເຖິງນີ້ ພາຍຫຼັງທີ່ອົງການປົກຄອງທ້ອງຖິ່ນ ແລະ ອົງການພິທັກສັດ ລວມເຖິງເຈົ້າຂອງຮ້ານຄ້າ (ຊີ້ນໝາ) ລວມທັງໝົດ 19 ຮ້ານໃນຕະຫຼາດບັນລຸຂໍ້ຕົກລົງເຊົາຂາຍຊີ້ນໝາ ແລະ ຈະຫັນປ່ຽນພື້ນທີ່ດັ່ງກ່າວເປັນສວນ ສາທາລະນະສຳລັບຊຸມຊົນ.

ຖືເປັນຂ່າວດີຂອງບັນດາສັດໜ້າຂົນທັງຫຼາຍທີ່ມີຊ່ອງທາງໃນການມີຊີວິດລອດເພີ່ມຂຶ້ນ ທັງນີ້ ຄວາມເຄື່ອນໄຫວດັ່ງກ່າວມີຂຶ້ນເມື່ອປະມານ 7 ເດືອນພາຍຫຼັງທີ່ທາງການເມືອງຊ໊ອງນຳໃນແຂວງຄະຢອງກີໄດ້ສັ່ງປິດໂຮງຂ້າສັດໃຫຍ່ສຸດຂອງ ສ.ເກົາຫຼີ (ເທບຢອງ) ເມື່ອເດືອນພະຈິກ 2018 ແລະ ເມື່ອຕົ້ນປີທີ່ຜ່ານມາ ທ່ານ ປາຣກ ວອນຊູນ ເຈົ້າເມືອງນະຄອນຫຼວງໂຊລ ໄດ້ປະກາດວ່າຈະປິດຮ້ານຂາຍຊີ້ນໝາທັງໝົດໃນນະຄອນຫຼວງໂຊລ ທັງນີ້ ກໍເພື່ອຍົກລະດັບ ແລະ ຟື້ນຟູພາບລັກຂອງປະເທດ.

ຊຶ່ງໃນແຕ່ລະປີມີໝາເກືອບ 2​ ລ້ານໂຕຖືກຂ້າໃນຮ້ານຄ້າຫຼາຍແຫ່ງທົ່ວປະເທດ ຊຶ່ງຖືເປັນປະເທດດຽວໃນໂລກທີ່ມີການຕັ້ງຟາມໝາສຳລັບຂາຍຊີ້ນເພື່ອບໍລິໂພກ ຂະນະພູມີພາກອາຊີມີໝາປະມານ 30 ລ້ານໂຕຖືກຂ້າເພື່ອບໍລິໂພກ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: khaosod

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...